(ພາບ:vietnamnet.vn)
(vovworld) - ດັ່ງທີ່ພວກເຮົາໄດ້ໃຫ້ຂ່າວໄປແລ້ວ, ພາຍຫຼັງທີ່ເຮັດວຽກມາເປັນເວລາ 15 ວັນ, ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ ອັດລົງໃນວັນທີ 15/10 ຢູ່ຮ່າໂນ້ຍ. ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ອອກແຈ້ງການຂອງກອງປະຊຸມ.
ຕາມນັ້ນແລ້ວ, ທີ່ກອງປະຊຸມຄັ້ງທີ 6, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ພິຈາລະນາ, ໃຫ້ຄຳຄິດຄຳເຫັນກ່ຽວກັບສະພາບເສດຖະກິດສັງຄົມປີ 2012, ທິດທາງໜ້າທີ່ປີ 2013; ປຶກສາຫາລື, ໃຫ້ຄຳເຫັນກ່ຽວກັບແຜນຮ່າງ “ສືບຕໍ່ມີການຊັບຊ້ອນ, ປ່ຽນໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ“. ຄະນະບໍລິຫານງານສູນກາງໄດ້ປຶກສາຫາລື, ໃຫ້ຄຳເຫັນກ່ຽວກັບການສືບຕໍ່ປ່ຽນໃໝ່ນະໂຍບາຍ, ກົດໝາຍວ່າດ້ວຍທີ່ດິນໃນໄລຍະຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.
ຄະນະບໍລິຫານງານສູນກາງໄດ້ພິຈາລະນາ, ໃຫ້ຄຳເຫັນກ່ຽວກັບແຜນຮ່າງ “ປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານຕອບສະໜອງຄວາມຮຽກຮ້ອງຕ້ອງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝໃນເງື່ອນໄຂເສດຖະກິດການຕະຫຼາດ, ຕາມການກຳນົດທິດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບໂລກ“. ຄະນະບໍລິຫານງານສູນກາງໄດ້ພິຈາລະນາ, ປຶກສາຫາລືແຜນຮ່າງ “ວາງແຜນຊັບຊ້ອນພະນັກງານຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາສູນກາງພັກ ແລະ ບັນດາຕໍາແໜ່ງທີ່ສຳຄັນພັກ ແລະ ລັດໃນອາຍຸການ 2016-2021 ແລະ ໃນອາຍຸການຕໍ່ໄປ“. ຄະນະບໍລິຫານງານສູນກາງໄດ້ພິຈາລະນາ, ປຶກສາຫາລື,ໃຫ້ຄຳເຫັນກ່ຽວກັບໝາກຜົນຂອງການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນຂອງກົມການເມືອງ, ຄະນະເລຂາສູນກາງພັກຕາມເນື້ອໃນຈິດໃຈຂອງມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ກ່ຽວກັບ “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ“.
ໃນແຈ້ງການຂອງກອງປະຊຸມ, ຄະນະບໍລິຫານງານສູນກາງພັກໄດ້ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຈົ່ງເພີ່ມທະວີຄວາມສາມັກຄີ, ມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ການທ້າທາຍ, ສືບຕໍ່ປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກ, ມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ແລະ ບັນດາມະຕິ, ຂໍ້ສະຫລຸບຂອງຄະນະບໍລິຫານງານສູນກາງພັກ, ແຜນການພັດທະນາເສດຖະກິດສັງຄົມປີ 2012-2013 ຢ່າງມີໄຊ.