ແຈ້ງການໜັງສືພິມກ່ຽວກັບການການຢ້ຽມຢາມສິງກະໂປ ຂອງທ່ານເລຂາ ທິການໃຫຍ່ຫວຽດນາມ

ແຈ້ງການໜັງສືພິມກ່ຽວກັບການການຢ້ຽມຢາມສິງກະໂປ ຂອງທ່ານເລຂາ ທິການໃຫຍ່ຫວຽດນາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ Nguyen Phu Trong
 ​ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ
(ພາບ: vietnamplus.vn)

(vovworld) -     ວັນ​ທີ 12/9, ພາຍຫຼັງ​ການ​ເຈລະຈາ​ລະຫວ່າງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong  ກັບ ​ທ່ານ​ນາຍົກລັດຖະມົນຕີ, ​ເລຂາທິການ​ໃຫຍ່​ພັກ​ເຄື່ອນ​ໄຫວ​ເພື່ອປະຊາຊົນ​ສິງກະ​ໂປ ຫຼີຊຽນຫຼົງ, ​ແຕ່​ວັນ​ທີ 12 – 14/9. ​​ຖະ​ແຫຼ​ງການ​​ໄດ້ຊີ້​ແຈ້ງ​ວ່າ, ທີ່​ການ​ເຈລະຈາ, ທ່ານ​ເລຂາທິການ​ໃຫຍ່​ Nguyen Phu Trong  ​ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ​ໄດ້​ຮັບ​ຮູ້​ການ​ພົວພັນ​ສອງ​ຝ່າຍ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ ​ແລະ ຢືນຢັນ​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ພົວພັນຄູ່​ຮ່ວມ​ມື, ຮ່ວມ​ມື​ສອງ​ຝ່າຍ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ອາ​ຊຽນຄືນ​ໃໝ່. ​ໂດຍ​ເຫັນໄດ້​ວ່າການ​ພົວພັນ​ມີ​ຄວາມ​ອົບ​ອຸ່ນ ​ແລະ ດີງາມ, ການ​ນຳ​ທັງ​ສອງ​ທ່ານ​ໄດ້​ເຫັນ​ດີ​​ເປັນ​ເອກະ​ພາບວ່າ ຫວຽດນາມ ​ແລະ ສິງກະ​ໂປ ຈະ​ລົງ​ນາມ​ສັນຍາ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2013, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ ​ແລະ ສິງກະ​ໂປ. ສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນີ້ ຈະ​ຍົກ​ສູງ​ບັນດາ​ການ​ພົວພັນ​ທີ່​ມີ​ຢູ່​ແລ້ວ​ລະຫວ່າງ​ຫວຽດນາມ ​ແລະ ສິງກະ​ໂປ, ພ້ອມ​ກັນ​ນັ້ນ​ໄດ້​​ເປີດ​ທິດ​ທາງ​​ຮ່ວມ​ມື​​ໃໝ່ໃນທຸກໆ​ຂົງ​ເຂດ​. ການ​ນຳ​ສອງ​ທ່ານໄດ້​ຢືນຢັນຄວາມ​ສຳຄັນ​ຂອງ​ສັນຍາ​ແມ່​ເຊື່ອມ​ຕໍ່​ເຮັດ​ໃຫ້ການ​ຮ່ວມ​ມື​​ເສດຖະກິດ​ສອງ​ຝ່າຍ​​ເລິກ​ເຊິ່ງກວ່າ. ທ່ານ​ເລຂາທິການ​ໃຫຍ່​ Nguyen Phu Trong  ​ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ​ໄດ້​ມີ​ການ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃນ​ພາກພື້ນ ​ແລະ ສາກົນ, ປຶກສາ​ຫາລື​ກ່ຽວ​ກັບ​ການ​ຜັນ​ແປ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລ​ະ ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາປະສານ​ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ລິ​ເລີ່ມປັບ​ປຸງ​ອາ​ຊຽນ ຄື​​ດັ່ງກຳລັງ​ໜູນ​ຕົ້ນ​ຕໍໃນ​ໂຄງ​ປະກອບ​ຂອງ​ພາກ​ພື້ນ​ທີ່​ພວມ​ພັດທະນາ. ການ​ນຳ​ສອງທ່ານກໍ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ການຜັນ​ແປ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​​ເຫັນ​ດີ​ເປັນ​ເອກະ​ພາບ​ໂດຍ​ຖື​ວ່າ ສະພາບ​ໃນ​ການ​ມໍ່ໆ​ມາ​ນີ້​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​​ໂ​ດຍ​ສັນຕິ​ວິທີ, ​​ສອດຄ່ອງກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຖະ​ແຫຼງການກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ການ​ນຳ​ສອງ​ທ່ານ​ປາດ​ຖະໜາ​ວ່າ ບັນດາ​ການ​ປຶກສາ​ຫາລື​ລະຫວ່າງ​ອາ​ຊຽນ ​ແລະ ຈີນ ກ່ຽວ​ກັບ​ປະມວນ​ລະບຽບ​ການ​ກ່ຽວ​ກັບ​ການ​ປະ​ພຶດຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຈະ​ເລີ່​ມ​ເຄື່ອນ​ໄຫວ​ໃນ​ຈຸດ​ເວລາ​ໄວ​ສຸດ. ຄຽງ​ຂ້າງ​ນັ້ນ, ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ສົມ​ທົບ​ກັນ​​​ໃນເລື່ອງ​ຊຸກຍູ້​ບັນດາ​ຂໍ້​ລິ​ເລີ່​ມພາກ​ພື້ນ​ຄື ສັນຍາ​ຄູ່​ຮ່ວມ​ມື​​ເຂດປາຊີ​ຝິກຢ່າງ​ແໜ້ນ​ແຟ້ນ. ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ປະຈັກ​ຕາ​ພິທີ​ລົງ​ນາມ​ໃນ​ບົດ​ບັນ​ຖືກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ການ​ເງິນ, ອານຸສັນຍາ​ສະບັບ​ປັບ​ປຸງ​ຄັ້ງ​ທີ 2 ກ່ຽວ​ກັບ​ການ​ຫຼີິກລ້ຽງ​ການ​ເກັບ​ພາສີ​ຊ້ອນ ​ແລະ ຂ້ໍ​ຕົກລົງ​ກ່ຽວ​ກັບ​ໂຄງການ​ຄົ້ນຄວ້າ ​ແລະ ​ໂຄງການ​ບຳລຸງ​ສ້າງ​ຫົວ​ເລື່ອງ​ສະ​ເພາະ​ໃຫ້​ພະນັກງານ​ຂັ້ນ​ສູງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.

ຂ່າວ/ບົດ​ອື່ນ