ພາບປະກອບ
(vovworld) - ເພື່ອສະເຫຼີມສະຫຼອງ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18/7/1977) ແລະ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ 5/9/1962), 45 ປີ ແຫ່ງວັນ ແຮກສ່ຽວ ແລະ ເຊັນສັນຍາຮ່ວມມືພັດທະນາລະຫວ່າງແຂວງ ແທງຮ໋ວາ ກັບແຂວງ ຫົວພັນ. (1967) ວັນທີ 16/7, ຫໍສະໝຸດແຂວງ ແທງຮ໋ວາໄດ້ເປີດສະຫຼອງຫ້ອງອ່ານເອກະສານກ່ຽວກັບນ້ຳໃຈມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ. ເນື່ອງໃນໂອກາດນີ້ຫໍສະໝຸດແຂວງແທງຮ໋ວາ ຍັງແນະນຳໜັງສືພິມຕ່າງໆທີ່ເວົ້າເຖິງ ”ນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງແຂວງແທງຮ໋ວາ - ຫົວພັນ”