ແນະນຳການສ້າງຕັ້ງບັນດາອົງການການເມືອງ,ສັງຄົມຢູ່ວິສາຫະກິດ

ແນະນຳການສ້າງຕັ້ງບັນດາອົງການການເມືອງ,ສັງຄົມຢູ່ວິສາຫະກິດ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ​​​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫ​າກໍ່​ມີ​ຄຳ​ເຫັນ​ຊີ້​ນຳ​ກ່​ຽວ​ກັບ​ເລື່ອງ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ​ຂອງ​ລັດ​ຖະ​ບານ​ກຳ​ນົດ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ອົງ​ການ​ການ​ເມືອງ, ບັນ​ດາ​ອົງ​ການ​ການ​ເມືອງ, ສັງ​ຄົມ​ຢູ່​ວິ​ສາ​ຫະ​ກິດ​ຂຶ້ນ​ກັບ​ທຸກ​ພາກ​ສ່ວນ​ເສດ​ຖະ​ກິດ. ລະ​ອຽດ​ແມ່ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ມອບ​ໃຫ້​ກະ​ຊວງ​ພາຍ​ໃນ​ສືບ​ຕໍ່​ແນະ​ນຳ, ກະ​ຕຸກ​ຊຸກ​ຍູ້, ກວດ​ກາ​ບັນ​ດາ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ ຈັດ​ຕັ້ງ​ການ​ປະ​ຕິ​ບັດ​ມະ​ຕິ​ຂອງ​ລັດ​ຖະ​ບານ ກຳ​ນົດ​ການ​ສ້າງ​ຕັ້ງ​ອົງ​ການ​ການ​ເມືອງ, ບັນ​ດາ​ອົງ​ການ​ການ​ເມືອງ, ສັງ​ຄົມ ຢູ່ວ​ິ​ສາ​ຫະ​ກິດ​​ທີ່ຂຶ້ນ​ກັບ​ທຸກ​ພາ​ກ​ສ່ວນ​ເສດ​ຖະ​ກິດ, ລາຍ​ງານ​ຕໍ່​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ. ກະ​ຊວງ​ການ​ເງິນ​ມີ​ເອ​ກະ​ສານ​ແນະ​ນຳ​ການ​ປະ​ຕິ​ບັດ​ເພື່ອ​ເປັນ​ພື້ນ​ຖານ​ໃຫ້​ບັນ​ດາ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ ​ແນະ​ນຳ​ວິ​ສາ​ຫະ​ກິດ​ທີ່​ຂຶ້ນ​ກັບ​ທຸກ​ພາກ​ສ່ວນ​ເສດ​ຖ​ະ​ກິດ​ປະ​ຕິ​ບັດ. ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ​ສືບ​ຕໍ່​ໂຄ​ສະ​ນາ, ເຜີຍ​ແຜ່​ເນື້ອ​ໃນ​ຂອງ​ມະ​ຕິ ແລະ ບັນ​ດາ​ເອກະ​ສານ​ທີ່​ກ່ຽວ​ຂ້ອງ​ເຖິງ​ຂໍ້​ກຳ​ນົດ​ການ​ສ້າງ​ຕ​ັ້ງ​ອົງ​ການ​ເມືອງ, ບັນ​ດາອ​ົງ​ການ​ກາ​ນ​ເມືອງ, ສັງ​ຄົມ​​ເພື່ອໃຫ້​ບັນ​ດາ​ເຈົ້າ​ຂ​ອງວ​ິ​ສາ​ຫະ​ກິດ​ທີ່​ຂຶ້ນ​ກັບ​ທຸກ​ພາກ​ສ່ວນ​ເສດ​ຖະ​ກິດ​ປະ​ຕິ​ບັດ.

ຂ່າວ/ບົດ​ອື່ນ