ແຜນການສັນຕິພາບ ຢູ່ ຊີຣີ ຂອງທູດພິເສດ Kofi Annan ອາດຈະຖືກປະລາໄຊ.

ແຜນການສັນຕິພາບ ຢູ່ ຊີຣີ ຂອງທູດພິເສດ Kofi Annan ອາດຈະຖືກປະລາໄຊ. - ảnh 1
ທ່ານ Kofi Annan  ທູດ​ພິ​ເສດຂອງ​ສະຫະ​ປະຊາ​ຊາດ ​
ພາບ:internet

(vovworld)-  ​ແຜນການ​ສັນຕິພາບ​ຂອງ​ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ ອາຣັບ Kofi Annan ອາດ​ຈະ​ຖືກ​ປະລາ​ໄຊ ຍ້ອນ​ລັດຖະບານ ຊີ​ຣີ ​ແລະ ຝ່າຍ​ຄ້ານ​ບໍ່​ຍອມ​ປະນິປະນອມ. ​ແຈ້ງ​ການ​ໃນ​ວັນ​ທີ 8/4,​ ກະຊວງ​ການ​ຕ່າງປ​ະ​ເທດ ຊີ​ຣີ ຊີ້​ແຈງ​ວ່າ ທະຫານ ຊີຣີ ຈະ​ບໍ່​ຖອນ​ທະຫານ​ອອກ​ຈາກ​ບັນດາ​ນະຄອນ​ພວມ​ເປັນ​ຈຸດ​ຮ້ອນ​ກ່ອນ​ທີ່​ທ່ານ Annan ຍົກ​ອອກ​ບັນດາ​ການ​ຮັບປະກັນ​ດ້ວຍ​ລາຍ​ລັກ​ອັກສອນ​ວ່າ: ບັນດາ​ກຸ່ມ​ປະກອບ​ອາວຸດ​ຝ່າຍ​ຄ້ານ​ຈະ​ປົດ​ອາວຸດ​ເພື່ອ​ຕອບ​ສະຫນອງ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ. ​ໃນ​ຂະນະ​ນັ້ນ ຜູ້ນຳ​ກຳລັງ​ທະຫານ ຊີ​ຣີ ຍົກ​ອອກ​ການ​ຮັບປະກັນ​ດ້ວຍ​ລາຍ​ລັກ​ອັກສອນ​ວ່າ: ຍ້ອນ​ສາຍ​ເຫດ​ຝ່າຍ​ຄ້ານ​ບໍ່​ຮັບ​ຮູ້​ລັດຖະບານ​ຂອງ​ທ່ານ​ປະທານາທິບໍດີ Bashar Al Assad. ທ່ານ Kofi Annan ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ການ​ໃຊ້ຄວາມ​ຮຸນ​ແຮງ​ຢູ່ ຊີ​ຣີ ພວມ​ປີ້​ນຂັ້ນ​ໄດ ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ເວລາ​ກຳນົດ​ສຸດ​ທ້າຍ​ແມ່ນ​ວັນ​ທີ 10/4 ກ່ຽວ​ກັບ​ເລື່ອງ​ຢຸດ​ຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ