(ພາບ: ຫວູຊິງ/TTXVN)
(vovworld) - ວັນທີ 28/11, ຢູ່ນະຄອນໂຮ່ຈີມິນ, ຄະນະຄຸ້ມຄອງໂຄງການຄູ່ຮ່ວມມືປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງຫວຽດນາມ - ແຟງລັງ (IPP) ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຢີນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການແນະນຳກ່ຽວກັບໄລຍະ 2 ຂອງໂຄງການ IPP ແລະ ແລກປ່ຽນບັນດາກາລະໂອກາດຮ່ວມມືກັບຄູ່ຮ່ວມມືຕ່າງໆຢູ່ນະຄອນໂຮ່ຈີມິນ. ຕາມນັ້ນແລ້ວ, ໄລຍະ 2 ຂອງໂຄງການໄດ້ຮັບການປະຕິບັດນັບແຕ່ປີ 2014 – 2018, ດ້ວຍຍອດມູນຄ່າແມ່ນ 10 ລ້ານເອີໂຣ ຈາກແຫຼ່ງທຶນ ODA ຂອງລັດຖະບານແຟງລັງ. ຄາດໝາຍຂອງໄລຍະນີ້ ແມ່ນຍົກສູງຄວາມຮັບຮູ້ຂອງຜູ້ເຮັດນະໂຍບາຍ, ບັນດາວິສາຫະກິດໃນການປະຕິບັດການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ມຸ່ງໄປເຖິງການພັດທະນາແບບຍືນຍົງຢູ່ພາຍໃນປະເທດ ແລະ ບືນຕົວອອກສູ່ຕະຫຼາດສາກົນ.