ແລກປ່ຽນສິລະປະລະຫວ່າງກະຊວງຕຳຫຼອດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ

ແລກປ່ຽນສິລະປະລະຫວ່າງກະຊວງຕຳຫຼອດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ - ảnh 1
( ງານ​ພົບ​ປະ​ແລກປ່ຽນ​ສິລະ​ປະຫວຽດນາມ - ລາ​ວ​ )

( vovworld ) -   ຕອນ​ຄໍ່າ​ວັນ​ທີ 26/6, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​​ລາວ ​ແລະ ກະຊວງ​ຕຳຫຼວດ​ຫວຽ​ດນາມ ​ໄດ້​ຈັດຕັ້ງ​ງານພົບ​ປະ​ແລກປ່ຽນ​ມິດຕະພາບ​ຫວຽດນາມ - ລາວ​ ​ເພື່ອ​ຄໍານັບ​ຊົມ​ເຊີຍປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ ​ແລະ ​ບັນດາ​ວັນ​ບຸນ​ໃຫຍ່​ຂອງ​ສອງ​ປະ​ເທດ. ທ່ານ​ຮອງ​ລັດຖະມົນຕີ​ຜູ້​ປະຈຳການ​ກະຊວງ​ຕຳຫຼວດ​ຫວຽດນາມ Dang Van Hieu ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງປ້ອງ​ກັນ​ຄວາມ​ສະຫງົບ​ລາວ ທອງ​ບັນ ​ແສງ​ອາພອນ, ພ້ອມ​ກັບ​ພະນັກງານ, ນັກຮົບ​ກຳລັງ​ຕຳຫຼວດ​ລາວ ​ແລະ ພໍ່​ແມ່​ປະຊາຊົນຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວນັບ​ພັນ​ຄົນ​ເຂົ້າຮ່ວມ. ຄໍ່າ​ຄືນ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ໄດ້​ຍ້ອງຍໍ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ສອງ​ຊາດ​ຫວຽດນາມ - ລາ​ວ​ເວົ້າ​ລວມ ​ແລະ ກຳລັງ​ຕຳຫຼວດ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ. ຍ້ອງຍໍ​ຄວາມ​ສັດ​ຊື່​ບໍລິ​ສຸດ​ຂອງ​ສອງ​ຊາດ​ຫວຽດນາມ - ລາວ, ຍ້ອງຍໍສອງ​ພັກ, ປະທານ​​ໂຮ່ຈິ​ມິນຜູ້ນຳ​ທີ່​ຍິ່ງ​ໃຫຍ່ ​ແລະ ປະທານ​ໄກສອນ ພົມວິຫານ ທີ່​ແສນ​ເຄົາລົບ​ຮັກ, ຍ້ອງຍໍ​ກຳລັງ​ຕຳຫຼວດ​ປະຊາ​ຊົນ​ສອງ​ປະ​ເທດ​ຫວຽດນາມ - ຕຳຫຼວດລາວ.

ຂ່າວ/ບົດ​ອື່ນ