ປູຊະນີຍະສະຖານປະຫວັດສາດ, ສະຖາປັດຕະຍາກຳ ໂກ໋ລວາ
(ພາບ: kienviet.net)
(vovworld) - ຕອນຄຳ່ວັນທີ 14/2, ສູນອະນຸລັກຮັກສາມໍລະດົກ ທັງລອງ ໄດ້ສົມທົບກັບຂະແໜງ ວັດທະນະທຳ ແລະ ຄະນະກຳມະການປະຊາຊົນເມືອງ ດົງແອງ - ຮ່າໂນ້ຍ ຈັດຕັ້ງພິທີຮັບໃບຢັ້ງຢືນປູຊະນີຍະສະຖານລະດັບຊາດ ພິເສດ ສຳລັບ ໂກ໋ລວາ ຊຶ່ງແມ່ນປູຊະນີຍະສະຖານປະຫວັດສາດ, ສະຖາປັດຕະຍາກຳ ທີ່ເປັນເອກະລັກ. ທ່ານ ຮ່ວາງເກຄຽມ, ຮອງປະທານຄະນະກຳມະການປະຊາຊົນເມືອງ ດົງແອງ ໃຫ້ຮູ້ວ່າ:
“ໂກ໋ລວາ ໄດ້ມີຄວາມເປັນກຽດຢ່າງສູງ ໄດ້ຮັບໃບຢັ້ງຢືນປູຊະນີຍະສະຖານລະດັບຊາດ ພິເສດ. ຄວາມຮັບຜິດຊອບຂອງເມືອງ ແລະ ປະຊາຊົນ ດົງແອງ ແມ່ນໃຫຍ່ຫຼວງກ່ວາຫຼາຍ. ໃນເຂດ ໂກ໋ລວາ ປະຈຸບັນ ມີຮ່ອງຮອຍສະຖານປະຫວັດສາດ 60 ແຫ່ງ, ໃນໄລຍະທີ່ຈະມາເຖິງ ພວກຂ້າພະເຈົ້າຈະມີບັນດາແຜນການອະນຸລັກຮັກສາ, ບູລະນະປະຕິສັງຂອນ ແລະ ເສີມຂະຫຍາຍຄຸນຄ່າຂອງເຂດ ໂກ໋ລວາໃຫ້ສົມເປັນປູຊະນີຍະສະຖານລະດັບຊາດ ພິເສດ”