ໂຄງການຄູ່ຮ່ວມມືປາຊີຟິກ 2018 ຢູ່ແຂວງແຄ໋ງຮວ່າ ປະສົບຜົນສຳເລັດຢ່າງຈົບງາມ

(VOVWORLD) -ນີ້ແມ່ນການເຄື່ອນໄຫວປີທີ 13 ຂອງໂຄງການຄູ່ຮ່ວມມືປາຊີຟິກ ແລະ ກໍເປັນຄັ້ງທີ 02 ໂຄງການດັ່ງກ່າວຖືກຜັນຂະຫຍາຍຢູ່ແຂວງແຄ໋ງຮວ່າ.

ໂຄງການຄູ່ຮ່ວມມືປາຊີຟິກ 2018 ຢູ່ແຂວງແຄ໋ງຮວ່າ ປະສົບຜົນສຳເລັດຢ່າງຈົບງາມ - ảnh 1ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກກັບຄະນະນາຍທະຫານແລະພະນັກງານກຳປັ່ນ ໂຮງໝໍ USNS Mercy

(ພາບ: TTXVN)

        ວັນທີ 02 ມິຖຸນາ, ທີ່ທ່າກຳປັ່ນຍາຈາງ, ອຳນາດການປົກຄອງແຂວງແຄ໋ງຮວ່າ ໄດ້ຈັດຕັ້ງພິທີອຳລາຄະນະນາຍທະຫານ ແລະພະນັກງານກຳປັ່ນ ໂຮງໝໍ USNS Mercy ສັງກັດກອງບັນຊາການທະຫານເຮືອອາເມລິກາ, ກຽມອອກຈາກທ່າກຳປັ່ນຍາຈາງ ພາຍຫຼັງສິ້ນສຸດການເຮັດວຽກເປັນເວລາ 02 ອາທິດຢູ່ຍາຈາງໃນຂອບເຂດໂຄງການຄູ່ຮ່ວມມືປາຊີຟິກ 2018 (PP 2018). ລະອຽດຄື, ໂຄງການ PP 2018 ໄດ້ປະຕິບັດສຳເລັດການກໍ່ສ້າງໃໝ່, ຍົກລະດັບ, ສ້ອມແປງຫ້ອງຮຽນຫຼາຍຫ້ອງ, ຫ້ອງປິ່ນປົວພະຍາດຂັ້ນຕາແສງ ທີ່ເທດສະບານນິງຮວ່າ, ຢູ່ເມືອງຢຽນເຈົາ ແລະ ຢຽນແຄ໋ງ, ແລກປ່ຽນຖອດຖອນບົດຮຽນກ່ຽວກັບການປ້ອງກັນ, ຕ້ານ ແລະການຮັບມືກັບໄພພິບັດທຳມະຊາດ.

        ນີ້ແມ່ນການເຄື່ອນໄຫວປີທີ 13 ຂອງໂຄງການຄູ່ຮ່ວມມືປາຊີຟິກ ແລະ ກໍເປັນຄັ້ງທີ 02 ໂຄງການດັ່ງກ່າວຖືກຜັນຂະຫຍາຍຢູ່ແຂວງແຄ໋ງຮວ່າ. ນອກຈາກການນຳໜ້າຂອງອາເມລິການແລ້ວ, ເຂົ້າຮ່ວມໂຄງການຍັງມີການຮ່ວມມືຂອງກຳລັງທະຫານເຮືອຈາກອັງກິດ, ຍີ່ປຸ່ນ ແລະ ຄູ່ຮ່ວມມືຫວຽດນາມ ດ້ວຍຈຳນວນພະນັກງານທັງໝົດ ກວ່າ 800 ຄົນໄດ້ມີການເຮັດວຽກນຳກັນ.


ຕອບກັບ

ຂ່າວ/ບົດ​ອື່ນ