ໂຄສະນາປະເທດຊາດ ແລະ ຊາວຫວຽດນາມ ຢູ່ ອາກຊັງຕິນ
ພິທີໄຂງານວາງສະແດງ
(ພາບ: vietnamplus.vn)
(vovworld) - ວັນທີ 17 ຕຸລາ, ສະຖາບັນວັດທະນະທຳຫວຽດນາມ ອາກຊັງຕິນ - ຫວຽດນາມ (ICAV) ສົມທົບກັບອຳນາດການປົກຄອງເມືອງ 13 ນະຄອນຫຼວງ Buenos Aires ແລະ ສະຖານທູດຫວຽດນາມ ຈັດຕັ້ງງານວາງສະແດງກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສ້າຍພົວພັນທາງການທູດລະຫວ່າງ 2 ປະເທດ (25 ຕຸລາ 1973 – 25 ຕຸລາ 2013). ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາກຊັງຕິນ ຫງວຽນວັນດ່າວ, ທ່ານປະທານ ICAV Poldi Sosa ແລະ ເຈົ້າເມືອງ 13 ທ່ານ Gustavo Acevdo ລ້ວນແຕ່ຢືນຢັນວ່າ ການພົວພັນລະຫວ່າງ 2 ປະເທດພວມຢູ່ໃນໄລຍະອັນດີງາມ, ພ້ອມທັງເນັ້ນໜັກວ່າ ຜ່ານບັນດາການເຄື່ອນໄຫວວັດທະນະທຳ, ປະຊາຊົນ 2 ປະເທດ ມີໂອກາດເຂົ້າໃຈເຊິ່ງກັນ ແລະ ກັນກວ່າ, ປະກອບສ່ວນຊຸກຍຸ້ການພົວພັນຮ່ວມມື 2 ຝ່າຍ. ງານວາງສະແດງ, ໄດ້ວາງສະແດງຮູບຖ່າຍເກືອບ 30 ແຜນ ທີ່ໂຄສະນາກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມທີ່ສວຍງາມ, ຮັກແພງແຂກ. ງານວາງສະແດງຍັງວາງສະແດງຊຸດອາພອນປະຈຳເຜົ່າ ແລະ ບັນດາຮູບແຕ້ມພື້ນເມືອງຂອງຫວຽດນາມ ອີກດ້ວຍ.