ໂຄສະນາພາບພົດປະເທດຫວຽດນາມຢູ່ລັດເຊຍ

ໂຄສະນາພາບພົດປະເທດຫວຽດນາມຢູ່ລັດເຊຍ - ảnh 1
ການພົບປະສັງສັນ ກັບບັນດານັກທຸລະກິດ ແລະ ນັກຂ່າວ ລັດເຊຍ ແລະ ຫວຽດນາມ
(ພາບ: internet)

Vovworld- ຕອນ​ບ່າຍວັນ​ທີ 20/3, ສະຖານທູດຫວຽດນາມປະຈຳສະຫະພັນ ລັດເຊຍໄດ້ຈັດຕັ້ງການ ພົບປະສັງສັນ ກັບບັນດານັກທຸລະກິດ ແລະ ນັກຂ່າວ ລັດເຊຍ ແລະ ຫວຽດນາມ, ແນໃສ່ເພີ່ມທະວີການໂຄສະນາ​ພາບ​ພົດ​ປະ​ເທດ​ຫວຽດນາມ​, ຊຸກຍູ້ການແລກປ່ຽນ ແລະ ຮ່ວມມືໃນທຸກຂົງເຂດລະຫວ່າງ 2 ປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານ ເອກອັກຄະລັດຖະທູດຫວຽດນາມປະຈຳ ສະຫະພັນລັດເຊຍ ຝ້າມຊວນເຊີນ ໄດ້ສະແດງຄວາມຫວັງວ່າ ບັນດາ ວິສາຫະກິດ ແລະ ພາຫະນະສື່ມວນຊົນຂອງ 2 ປະເທດ ຈະສືບຕໍ່ປະກອບ ສ່ວນສຳຄັນເຂົ້າ ໃນການພັດທະນາການ ພົວພັນຄູ່ຮ່ວມມືຍຸດທະສາດ, ມິດຕະພາບທີ່ເປັນມູນເຊື້ອ ຊຶ່ງໄດ້ມີມາແຕ່ດົນນານລະຫວ່າງ 2 ຝ່າຍ. ທ່ານ Camucop Mikhaiin Madimovic ຮອງ​ຜູ້ອຳນວຍ​ການ​ສຳນັກ​ຂ່າວສານ Itar- tass ​ເວົ້າວ່າ :

   “ ​​ໃນ​ໄລຍະ​ມໍ່ໆມາ​ນີ້, ​ເມື່ອ​ຢູ່​ຫວຽດນາມ, ຂ້າພະ​ເຈົ້າ​ໄດ້​ເຫັນ​ປະ​ຈັກຕາ​ການ​ພັດທະນາ​ຢ່າງ ​ແຂງ​ແຮງ​ຢູ່​ປະ​ເທດ​ພວກ​ເພື່ອນ. ປະຈຸ​ບັນ, ຂ້າພະ​ເຈົ້າ​ເອງ​ໄດ້​ເຂົ້າ​ໃຈ​ວ່າ ອາດ​ຈະ​​ຮຽນ​ນຳ​ພວກ​ເພື່ອນ​ຫວຽດນາມ​ອັນ​ໃດ​ອັນ​ໜຶ່ງ​. ຂ້າພະ​ເຈົ້າ​ໄດ້​ເຕີບ​ໃຫຍ່​ພ້ອມ​ກັບ​ຊື່​ສຽງ​ຂອງ​ສະຖານ​ທີ​ຕ່າງໆ​ຄື ​ໂຮງງານ​ໄຟຟ້າ​ພະລັງ​ຄວາມ​ຮ້ອນ ຝາ​ຫຼ້າຍ, ໂຮງງານ​ໄຟຟ້ານ້ຳ​ຕົກ ຮ່ວາ​ບີ​ງ, ຂົວ ທັງ​ລອງ.... ​ແລະ​ຂ້າພະ​ເຈົ້າ​ປາດ​ທະ​ໜາ​ວ່າ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໄຟຟ້າ​ນິວ​ເຄຼຍລະຫວ່າງ 2 ປະ​ເທດ​ ຈະກາຍເປັນສັນຍາລັກແຫ່ງນ້ຳໃຈມິດຕະພາບຂອງພວກເຮົາ. ຂ້າພະເຈົ້າ ຖືວ່າບັນດາພາຫະນະສື່ມວນຊົນ ຕ້ອງສ່ອງແສງດ້ວຍລະດັບສູຸງກ່ຽວກັບຄວາມຕ້ອງການຂອງທັງ 2 ຝ່າຍ ແລະ ສຳນັກ​ຂ່າວສານ Itar- tass ຈະປະສ່ວນ ຢ່າງຕັ້ງໜ້າເຂົ້າໃນໂຄງການນີ້    ”

ຂ່າວ/ບົດ​ອື່ນ