ໂທລະເລກອວຍພອນເນື່ອງໃນໂອກາດ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

ໂທລະເລກອວຍພອນເນື່ອງໃນໂອກາດ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ແລະ ທ່ານທ່ານ​ເລ​ຂາ​ທິ​ການ​ໃຫຍ່ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຈູມ​ມາ​ລີ​ໄຊ​ຍະ​ສອນ


(vovword)- ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ (3/2/1930-3/2/2015) ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເຖິງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມມູ​ນິດ​ຫວຽດ​ນາມ. ໃນ​ໂທ​ລະ​ເລກອວຍ​ພອນ, ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ​ ​ປະ​ຊາ​ຊົນ​​ລາວບັນ​ດາ​ເຜົ່າ​ມີ​ຄວາມ​ເຊື່ອ​ໝັ້ນວ່າ ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ອັນ​ສະຫຼ​າດ​ສ່ອງ​ໃສ​ຂອງ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ​ນຳ​ໜ້າ, ປະ​ຊາ​ຊົ​ນ​ຫວຽດ​ນາມ​ຈະ​ສືບ​ຕໍ່​ຍາດ​ໄດ້ຫຼາຍ​ຜົນ​ງານ​ໃໝ່​ທີ່​ຍິ່ງ​ໃຫຍ່​ກ່​ວາ​ເກົ່າ​ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ຢ່າງ​ມີ​ໄຊ, ເຮັດ​ສຳ​ເລັດ​ຈຸດ​ໝາຍ​ປະໍ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິທຳ, ສີ​ວິ​ໄລ. ພັກ​, ລັດ ແລະ ປະ​ຊາ​ຊົນ​ລ​າວ​ບັນ​ດາ​ເຜົ່າ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ​ຫວຽດ​ນາມ​ຮັກ​ສາ, ພັດ​ທະ​ນາ​ສາຍ​ພົວ​ພັນ, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື​ໃນ​ພາກ​ພື້​ນ ແລະ ໃນ​ໂລກ.

 

ຂ່າວ/ບົດ​ອື່ນ