ທ່ານ Fidel Castro Ruz ຜູ້ນຳກູບາ
|
ໂດຍໄດ້ຮັບຂ່າວທ່ານ Fidel Castro Ruz ຜູ້ນຳກູບາເຖິງແກ່ມໍລະນະກຳ, ວັນທີ 26/11, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ສົ່ງໂທລະເລກແບ່ງປັນຄວາມເສົ້າສະລົດໃຈໄປຍັງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ສະພາແຫ່ງລັດ, ລັດຖະບານ ແລະ ສະພາແຫ່ງຊາດກູບາ.
ໂທລະເລກໄດ້ຢຶນຢັນວ່າ ຊີວິດອັນໃສແຈ້ງ ແລະ ພາລະກິດອະມະຕະຂອງຜູ້ນຳ Fidel Castro Ruz ຈະຍືນຍົງຄົງຕົວໃນພາລະກິດການປະຕິວັດທີ່ສະຫງ່າລາສີຂອງປະຊາຊົນກູບາ ແລະ ບັນດາປະຊາຊາດທີ່ພວມມານະພະຍາຍາມຕໍ່ສູ້ແນໃສ່ໂລກແຫ່ງຍຸດຕິທຳ, ສີວິໄລ, ປະຊາທິປະໄຕ, ວັດທະນາຖາວອນ ແລະ ຜາສຸກ.
ທ່ານ Fidel Castro Ruz ຜູ້ນຳກູບາໄດ້ເຖິງແກ່ມໍລະນະກຳ, ພັກກອມມູນິດກູບາ, ສະພາແຫ່ງລັດ, ລັດຖະບານ, ປະຊາຊົນກູບາ ກໍຄືປະຊາຊົນບັນດາປະເທດອາເມລິກາລາຕິນ ແລະ ຂະບວນການກອມມູນິດ, ການປະຕິວັດໂລກ ໄດ້ສູນເສຍຜູ້ນຳທີ່ອົງອາດກ້າແກ່ນ, ພັກ, ລັດ ແລະ ປະຊາຊົນຫວຽດນາມໄດ້ສູນເສຍເພື່ອນຜູ້ສະໜິດສະໜົມ.
ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກໍໄດ້ສົ່ງໂທລະເລກແບ່ງປັນຄວາມເສົ້າສະລົດໃຈໄປຍັງລັດຖະມົນຕີການຕ່າງປະເທດກູບາ Bruno Rodríguez Parrilla.