ໂລກຕີລາຄາສູງວຽກງານເບີ່ງແຍງສຸຂະພາບໃຫ້ແກ່ແມ່ແລະເດັກຂອງ ຫວຽດນາມ

ໂລກຕີລາຄາສູງວຽກງານເບີ່ງແຍງສຸຂະພາບໃຫ້ແກ່ແມ່ແລະເດັກຂອງ ຫວຽດນາມ - ảnh 1
ພາບປະກອບ:internet


(vovworld)- ​ໃນ​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ທົ່ວ​ໂລກ ​ເພື່ອ​ສຸຂະພາບ​ຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ ຄັ້ງ​ທີ 3 ຫາ​ກໍ​ອັດ​ລົງ​ໃນ​ວັນ​ທີ 1/7 ຢູ່ ນະຄອນ Johannesburg ປະ​ເທດ​     ອາ​ຟິຼກາ​ໃຕ້, ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ດ້ານ​ສາທາລະນະ​ສຸກ​ຂອງ​ຫວຽດນາມ , ພິ​ເສດ​ແມ່ນ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ 20 ກວ່າ​ປີ​ມາ​ນີ້ ຄື​ຫລຸດຜ່ອນ​ອັດຕາການ​ຕາຍ​ຂອງ​ແມ່ ​ແລະ ​ເດັກ​ນ​້ອຍໃນ​ເກນ​ອາຍຸ​ຕຳ່​ກວ່າ 5 ປີ ​ແລະ ຫລຸດຜ່ອນ​ອັດຕາ​ສຳລັບການຂາດ​ທາດ​ບຳລຸງຂອງເດັກ​​ໃນ​ເກນ​ອາຍຸຕຳ່​ກວ່າ 5 ປີ​ ​. ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ສົນ​ໃຈ​ເປັນ​ພິ​ເສດ​ຖິງບົດ​ຮຽນ​ຂອງ​ຫວຽດນາມ​ໃນ​ການ​ຜັນ​ຂະຫຍາຍ​ບໍລິການ​ສາທາລະນະ​ສຸກ​ຢູ່​ຂັ້ນ​ຮາກ​ຖານ ​ແລະ ວິທີ​ສຳ​ພັດ​ຂອງ​ຫລາຍ​ຂະ​ແຫນງ​ໃນ​ວຽກ​ງານ​ນີ້​ເພື່ອ​ເສີມ​ຂະຫຍາຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ​ຂອງ​ວົງ​ຄະນາ​ຍາດ. ບັນດາ​ຜູ້​ແທນກໍ​ສະ​ແດ​ງຄວາມ​ປາດ​ຖະຫນາ​ຢາກ​ຮ່ວມ​ມື​ກັບ​ຫວຽດນາມ ​ເພື່ອ​ພ້ອມ​ກັນ​ບັນລຸ​​ໄດ້​ບັນດາ​​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ