ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 400 ລ້ານຄົນ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 2 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 10.400 ຄົນ.
ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 400 ລ້ານຄົນ - ảnh 1(ພາບປະກອບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 2 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 10.400 ຄົນ. ຈຳນວນຜູ້ຕິດເຊື້ອພະຍາດນັບແຕ່ໄດ້ແຜ່ລະບາດຈົນມາຮອດປະຈຸບັນແມ່ນຫຼາຍກວ່າ 400 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,77 ລ້ານຄົນ.

        3 ປະເທດມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍສຸດໃນໂລກ ໃນຮອບເວລາ 24 ຊົ່ວໂມງຜ່ານມາແມ່ນ: ເຢຍລະມັນ, ບຣາຊິນ ແລະ ລັດເຊຍ. ໃນຂະນະນັ້ນ, 3 ປະເທດມີຜູ້ເສຍຊີວິດຫຼາຍສຸດໃນໂລກແມ່ນ: ອາເມລິກາ, ອິນເດຍ ແລະ ບຣາຊິນ. ໄລ່ລວມແລ້ວ, ນັບແຕ່ເກີດໂລກລະບາດມາຮອດປະຈຸບັນ, ອາເມລິກາ ມີຜູ້ຕິດເຊື້ອພະຍາດຫຼາຍສຸດ ກວ່າ 78,4 ລ້ານຄົນ; ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

        ໄລ່ຕາມພາກພື້ນ, ເອີລົບ ແມ່ນພາກພື້ນຖືກຜົນສະທ້ອນຫຼາຍທີ່ສຸດຍ້ອນໂລກລະບາດໂຄວິດ-19 ດ້ວຍຜູ້ຕິດເຊື້ອກວ່າ 137,2 ລ້ານຄົນ, ມີຜູ້ເສຍຊີວິດກວ່າ 1,6 ລ້ານຄົນ. ຖັກຈາກນັ້ນແມ່ນ ອາຊີ ຢືນອັນດັບທີ 2 ກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ