ໂລກລະບາດໂຄວິດ-19: ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ລົງຊີ້ນຳການປ້ອງກັນຕ້ານໂລກລະບາດຢູ່ແຂວງ ບີ່ງເຢືອງ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມີການເຮັດວຽກກັບຄະນະຊີ້ນຳການປ້ອງກັນຕ້ານໂລກລະບາດໂຄວິດ-19 ຢູ່ ແຂວງບີ່ງເຢືອງ.

 

ໂລກລະບາດໂຄວິດ-19: ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ລົງຊີ້ນຳການປ້ອງກັນຕ້ານໂລກລະບາດຢູ່ແຂວງ ບີ່ງເຢືອງ - ảnh 1ຄະນະປະຕິບັດງານຂອງລັດຖະບານລົງກວດກາວຽກງານກວດຫາເຊື້ອໂຄວິດ ຢູ່ ຕາແສງ ອານຟູ

ວັນທີ 24 ສິງຫາ, ຄະນະປະຕິບັດງານຂອງລັດຖະບານໂດຍທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນຫົວຫນ້າຄະນະ ໄດ້ລົງ ຕາແສງ ທ້ວນຢາວ ນະຄອນ ທ້ວນອານ ແມ່ນບ່ອນທີ່ໂລກລະບາດພວມເກີດຂຶ້ນຢ່າງຮ້າຍແຮງ ຢູ່ ແຂວງ ບີ່ງເຢືອງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເຫນີ ອຳນາດການປົກຄອງທ້ອງຖິ່ນ ຄວນເອົາໃຈໃສ່ຊີວິດການເປັນຢູ່ຂອງປະຊາຊົນໃນເຂດຢ່າງໃກ້ຊິດກວ່າອີກ, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈຖັນແຖວແພດໝໍພວມປະຕິບັດຫນ້າທີ່ປ້ອງກັນຕ້ານໂລກລະບາດ.

ກ່ອນຫນ້ານັ້ນ ໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມີການເຮັດວຽກກັບຄະນະຊີ້ນຳການປ້ອງກັນຕ້ານໂລກລະບາດໂຄວິດ-19 ຢູ່ ແຂວງບີ່ງເຢືອງ.

ຕອບກັບ

ຂ່າວ/ບົດ​ອື່ນ