ໂລກ​ລະ​ບາດ COVID-19: ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ ໄດ້​ປະ​ກາດ​ປະ​ຫວັດ​ການ​ເດີນ​ທາງ ແລະ ທີ່​ຢູ່​ຊົ່ວ​ຄາວ​ຂອງ​ຄົນ​ເຈັບ​ທີ 17

(VOVWORLD) -ກ່ຽວຂ້ອງເຖິງກໍລະນີຄົນເຈັບຍິງ ຕິດເຊື້ອໄວຣັດ SARS-CoV-2 ຢູ່ຮ່າໂນ້ຍ ເຊິ່ງໄດ້ກວດພົບເຫັນເມື່ອວັນທີ 6 ມີນາ ພາຍຫຼັງໄດ້ເດີນທາງໄປທ່ອງທ່ຽວຢູ່ບາງປະເທດເອີຣົບ, ກະຊວງການຕ່າງປະເທດຫວຽດນາມ ໄດ້ແຈ້ງໃຫ້ບັນດາສະຖານທູດຝລັ່ງ, ອີຕາລີ ແລະ ອັງກິດ ຮັບຊາບແລ້ວ.
ໂລກ​ລະ​ບາດ COVID-19: ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ ໄດ້​ປະ​ກາດ​ປະ​ຫວັດ​ການ​ເດີນ​ທາງ ແລະ ທີ່​ຢູ່​ຊົ່ວ​ຄາວ​ຂອງ​ຄົນ​ເຈັບ​ທີ 17 - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: TTXVN)

ວັນທີ 7 ມີນາ, ກ່ຽວຂ້ອງເຖິງຄົນເຈັບຕິດພະຍາດ COVID-19 ເຊິ່ງຫາກໍຖືກກວດພົບຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ກ່ຽວຂ້ອງເຖິງກໍລະນີຄົນເຈັບຍິງ ຕິດເຊື້ອໄວຣັດ SARS-CoV-2 ຢູ່ຮ່າໂນ້ຍ ເຊິ່ງໄດ້ກວດພົບເຫັນເມື່ອວັນທີ 6 ມີນາ ພາຍຫຼັງໄດ້ເດີນທາງໄປທ່ອງທ່ຽວຢູ່ບາງປະເທດເອີຣົບ, ກະຊວງການຕ່າງປະເທດຫວຽດນາມ ໄດ້ແຈ້ງໃຫ້ບັນດາສະຖານທູດຝລັ່ງ, ອີຕາລີ ແລະ ອັງກິດ ຮັບຊາບແລ້ວ; ຊີ້ນໍາສະຖານທູດຫວຽດນາມ ປະຈຳ ປາຣີ, ລອນດອນ ແລະ Rome ແລກປ່ຽນກັບບັນດາອົງການມີໜ້າທີ່ຮັບຜິດຊອບ ແລະ ມີສ່ວນກ່ຽວຂ້ອງຂອງປະເທດປະຈຳຖິ່ນ ກ່ຽວກັບປະຫວັດການໄປມາ ແລະ ທີ່ຢູ່ຊົ່ວຄາວຂອງຄົນເຈັບ ເມື່ອພັກເຊົາຢູ່ອັງກິດ, ພ້ອມທັງແຈ້ງໃຫ້ບັນດາປະເທດທີ່ມີພົນລະເມືອງຮ່ວມເດີນທາງກັບຖ້ຽວບິນ ເພື່ອປະຕິບັດບັນດາມາດຕະການແກ້ໄຂຢ່າງເໝາະສົມ ເພື່ອສະກັດກັ້ນການແຜ່ລະບາດໃນວົງຄະນະຍາດ.


ຕອບກັບ

ຂ່າວ/ບົດ​ອື່ນ