(ພາບ:.vnvietnamplus.vn)
(vovworld)- ວັນທີ 14/9, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກຫວຽດນາມ ສົມທົບກັບສະຫະພັນໂຮງໝໍສາກົນ, ສະຫະພັນໂຮງໝໍອາຊີ ຈັດພິທີມອບລາງວັນ “ຄຸ້ມຄອງໂຮງໝໍອາຊີ“ ປີ 2012 ໃຫ້ແກ່ໂຮງໝໍ 30 ແຫ່ງ, ໃນນັ້ນມີໂຮງໝໍ 3 ແຫ່ງຂອງຫວຽດນາມ ຄື: ໂຮງໝໍ Cho Ray, ໂຮງໝໍຫຼາຍຂະແໜງ Fortis Hoan My Sai Gon ແລະ ໂໜງໝໍຫວຽດນາມ-ຝະລັ່ງ (ຮ່າໂນ້ຍ) ຊື່ງມີຄວາມມານະພະຍາຍາມໃນການປະຕິຮູບຄຸນນະພາບການບໍລິການດ້ານການແພດ. ລາງວັນ “ຄຸ້ມຄອງໂຮງໝໍອາຊີ“ ເພື່ອແນໃສ່ເຊີດຊູບັນດາໂຮງໝໍໄດ້ປະຕິບັດຂັ້ນຕອນການຄຸ້ມຄອງດີກ່ວາໝູ່ ພ້ອມທັງແມ່ນການຮັບຮູ້ສຳລັບຄວາມມານະພະຍາຍາມ, ຂໍ້ລິເລີ່ມ ແລະ ການປະກອບສ່ວນຂອງບັນດາໂຮງໝໍໃນການປັບປຸງຄຸນນະພາບການກວດ, ປິ່ນປົວພະຍາດ, ເບີ່ງແຍງດູແລສຸຂະພາບວົງຄະນາຍາດ.