ໂຮນລັງ ຈັດການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ.

ໂຮນລັງ ຈັດການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ. - ảnh 1
ພະລາ​ຊີ​ນີ ​ໂຮ​ນລັງ Beatrix
ພາບ: baomoi.com

(vovworld) -  ພະລາ​ຊີ​ນີ ​ໂຮ​ນລັງ Beatrix ຫາ​ກໍ່​ຮຽກຮ້ອງ​ໃຫ້​ຍຸບ​ເລິກ​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້ ​ເພື່ອ​ເປີດ​ຊອ່ງທາງ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກ່ອນ​ກຳນົດ​ເວລາ. ພະລາ​ຊີ​ນີ Beatrix ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ ນາຍົກລັດຖະມົນຕີ Mark Rutte. ກ່ອນ​ຫນ້າ​ນັ້ນ ທ່ານ Mark Rutte ​ໄດ້​ຍື່ນ​ໃບຄຳ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແຫນ່​ງຂອງ​ລັດຖະບານ​ຕໍ່​ຜູ້ນຳ​ ​ຂອງລັດ, ​ຍ້ອນບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ແຜນການ​ປະ​ຢັດ​ເພື່ອ​ຊ່ວຍ​ປະ​ເທດ​ນີ້​ຫລຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການຖືກ​ພັງ​ທະລາ​ຍ. ສະພາ​ແຫ່ງ​ຊາດ​ຢາກຈັດ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກ່ອນ​ກຳນົດ​ເວລາ​ດຳ​ເນີນ​ໄປ​ໃນ​ວັນ​ທີ 12/9/2012. ວັນ​ທີ 27/4, ລັດຖະບານ​ໃກ້​ໝົດ​ອາຍຸ​ການ​ຂອງ​ໂຮ​ນລັງ ຈະ​ຍົກ​ອອກ​ຂໍ້​ຕົກລົງ​ສຸດ​ທ້າຍ​ກ່ຽວ​ກັບ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ