ໄຂກອງປະຊຸມກ່ຽວກັບການພົວພັນກັບຕ່າງປະເທດທົ່ວປະເທດຄັ້ງທີ17

ໄຂກອງປະຊຸມກ່ຽວກັບການພົວພັນກັບຕ່າງປະເທດທົ່ວປະເທດຄັ້ງທີ17 - ảnh 1
ກອງ​ປະຊຸມ​ກ່ຽວ​ກັບ​ການ​ພົວພັນກັບ​ຕ່າງປະ​ເທດຄັ້ງ​ທີ 17

(vovworld)- ພາຍ​ໃຕ້​ຫົວ​ຂໍ້“​ເສີມ​ຂະຫຍາຍ​ບົດບາດ​ຂອງ​ທ້ອງ​ຖິ່ນ​ໃນ​ໄລຍະ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”, ກອງ​ປະຊຸມ​ກ່ຽວ​ກັບ​ການ​ພົວພັນກັບ​ຕ່າງປະ​ເທດຄັ້ງ​ທີ 17 ​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກວ່າ 350 ທ່ານ ຊື່​ງ​ແມ່ນ​ຜູ້ຕາງຫນ້າ​ການ​ນຳ​ບັນດາ​ແຂວງ, ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ, ກະຊວງ, ຂະ​ແຫນງ​ການ​ສູນ​ກາງ, ຫົວຫນ້າ​ອົງການ​ຜູ້ຕາງຫນ້າ​ຫວຽດນາມ ຢູ່ ຕ່າງປະ​ເທດ ​ແລະ ພະນັກງານ​ເຮັດ​ວຽກ​ງານ​ພົວພັນ​ກັບ​ຕ່າງປະ​ເທດ​ໃນ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີ​ງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງອົງການ​ພົວພັນ​ກັບ​ຕ່າງປະ​ເທດ​ຢູ່​ທ້ອງ​ຖິ່ນ​ເຂົ້າ​ໃນ​ຜົນງານ​ລວມຂອງ​ປະ​ເທດ​ຊາດ​ໃນ​ສະພາບ​ປະ​ເທ​ດຊາດ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃຫມ່. ທ່ານ​ຮອງ​ນາຍົກລັດຖະມົນຕີ ​​​ຟ້າ​ມບີ່​ງມີ​ງ ຢືນຢັນ​ວ່າ:

“​ໃນ 2 ປີຜ່ານມາ, ບັນດາ​ພະ​ແນ​ກ, ອົງການ​ພົວພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ທ້ອງ​ຖິ່ນ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເປີດ​ກວ້າງ, ຖັນ​ແຖວ​ພະນັກງານ​ເຮັດ​ວຽກ​ງານ​ການ​ພົວພັນ​ກັບ​ຕ່າງປະ​ເທດ ມີ​ການ​ເຕິີບ​ໃຫຍ່​​ໃນ​ຫລາຍ​ດ້ານ ​ແລະ ພວມ​ກາຍ​ເປັນ​ກຳລັງ​ຫລັກ​ແຫ​ລ່ງ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ເພື່ອ​ເພີ່ມ​ທະວີ​ການ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ຊ່ວຍ​ເຫລືອ​ພັດທະນາ, ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ, ວັດທະນະທຳ​ຂອງ​ທ້ອງ​ຖິ່ນ​ກັບ​ບັນດາ​ປະ​ເທດ​​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.”

 

 

ຂ່າວ/ບົດ​ອື່ນ