ໄຂກອງປະຊຸມຄັ້ງທີ 4 ກຳປູເຈຍ-ລາວ-ຫວຽດ ນາມ ກ່ຽວກັບເຂດ ສາມຫຼ່ຽມພັດທະນາ
ກອງປະຊຸມຄັ້ງທີ 4 ກຳມາທິການການຕ່າງປະເທດ
ສະພາແຫ່ງຊາດກຳປູເຈຍ-ລາວ-ຫວຽດນາມ
( ພາບ: vietnamplus.vn )
(vovworld) – ວັນທີ 2/8, ກອງປະຊຸມຄັ້ງທີ 4 ກຳມາທິການການຕ່າງປະເທດສະພາແຫ່ງຊາດກຳປູເຈຍ-ລາວ-ຫວຽດນາມ ກ່ຽວກັບເຂດສາມຫຼ່ຽມພັດທະນາ ໄດ້ໄຂຂຶ້ນຢູ່ແຂວງເງ້ອານ. ດ້ວຍຫົວຂໍ້ວ່າ: ”ບົດບາດຂອງສະພາແຫ່ງຊາດໃນການໜູນຊ່ວຍເຂດສາມຫຼ່ຽມພັດທະນາ”, ກອງປະຊຸມເພື່ອແນໃສ່ເພີ່ມທະວີ, ຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືເພື່ອພັດທະນາເຂດຊາຍແດນລະຫວ່າງສາມປະເທດ. ກ່າວຄວາມເຫັນຢູ່ທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ Uong Chu Luu ໄດ້ຕີລາຄາສູງບົດບາດຂອງສະພາແຫ່ງຊາດແຕ່ລະປະເທດໃນການໜູນຊ່ວຍເຂດສາມຫຼ່ຽມພັດທະນາ ແລະ ຖືວ່າ ກອງປະຊຸມຄັ້ງນີ້ຄວນສືບຕໍ່ພິຈາລະນາກ່ຽວກັບຄວາມສາມາດສ້າງຕັ້ງຄະນະກຳມະການລະຫວ່າງລັດຖະບານ ກຳປູເຈຍ-ລາວ-ຫວຽດນາມ ແລະ ແຜນການດຳເນີນງານຂອງຄະນະກຳມະການລະຫວ່າງລັດຖະບານ, ເພື່ອແນໃສ່ຕິດຕາມກວດກາ ແລະ ໜູນຊ່ວຍການປະຕິບັດບັນດານະໂຍບາຍ, ຂໍ້ຕົກລົງ ແນໃສ່ບັນລຸບັນດາໝາກຜົນຢ່າງແທດຈິງ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ Uong Chu Luu ເນັ້ນໜັກວ່າ: ກົນໄກສົມທົບລະຫວ່າງລັດຖະບານ, ສະພາແຫ່ງຊາດສາມປະເທດ, ລະຫວ່າງບັນດາອົງການຂອງລັດຖະບານ ກໍ່ຄືລະຫວ່າງທ້ອງຖີ່ນຕ່າງໆຂອງສາມປະເທດທັງຢູ່ພາຍໃນ ແລະ ນອກພາກພື້ນສາມຫຼ່ຽມພັດທະນາ ຄວນໄດ້ຮັບການເພີ່ມທະວີ ແລະ ແທດຈິງກວ່າ ເພື່ອສາມາດເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ ແລະ ແກ້ໄຂສິ່ງທີ່ຍັງຄົງຄ້າງ.
ໃນກອງປະຊຸມສຳມະນາ, ຜູ້ແທນສາມປະເທດໄດ້ສຸມໃສ່ປຶກສາຫາລື ແລະ ຍົກອອກຂໍ້ສະເໜີແນະ, ຂໍ້ລິເລີ່ມໃນການຮ່ວມມືສ້າງກົດໝາຍ ເພື່ອເປັນພື້ນຖານນິຕິກຳແນໃສ່ໜູນຊ່ວຍ, ຊຸກຍູ້ການພັດທະນາເຂດສາມຫຼ່ຽມ; ເພີ່ມທະວີການຮ່ວມມືລະຫວ່າງກຳມາທິການການຕ່າງປະເທດສະພາແຫ່ງຊາດສາມປະເທດກຳປູເຈຍ-ລາວ-ຫວຽດນາມ ໃນການເຄື່ອນໄຫວສອງຝ່າຍ ແລະ ຫຼາຍຝ່າຍ, ປະກອບສ່ວນຢ່າງຕັ້ງໜ້າເຮັດໃຫ້ການເຄື່ອນໄຫວການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດກ້າວເຂົ້າສູ່ລວງເລິກ ແລະ ແທດຈິງກວ່າ.