ໄຂກອງປະຊຸມຄົບຄະນະເທື່ອທີ 5 ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ

(VOVWORLD) - ຕອນເຊົ້າວັນທີ 09 ກໍລະກົດ, ທີ່ຮ່າໂນ້ຍ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ
ໄຂກອງປະຊຸມຄົບຄະນະເທື່ອທີ 5 ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ - ảnh 1 ໄຂກອງປະຊຸມຄົບຄະນະເທື່ອທີ 5 ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ

ໄດ້ຈັດກອງປະຊຸມເທື່ອທີ 5 ເພື່ອປຶກສາຫາລືກ່ຽວກັບສະພາບການປະຕິບັດຂໍ້ຕົກລົງລະຫວ່າງ 2 ປະເທດ ຫວຽດນາມ - ລາວ ກ່ຽວກັບເລື່ອງແກ້ໄຂບັນຫາປະຊາຊົນອົບພະຍົບຢ່າງເສລີ ແລະ ການສົມລົດຢ່າງຜິດກົດໝາຍໃນເຂດຊາຍແດນລະຫວ່າງ 2 ປະເທດ.

        ບັນດາສະມາຊິກຂອງກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ຕີລາຄາວ່າ ເລື່ອງຜັນຂະຫຍາຍຂໍ້ຕົກລົງປະຕິບັດການຕິດຕາມແຜນການ ແລະ ຂັ້ນຕອນ ໂດຍພື້ນຖານ ໄດ້ຮັບຄວາມເຫັນດີເປັນເອກະພາບຈາກ 2 ຝ່າຍ. ຕາມແຜນການທີ່ໄດ້ຕົກລົງ, ຮອດທ້າຍເດືອນ ມິຖຸນາ 2018, ບັນດາທ້ອງຖິ່ນຕ້ອງສຳເລັດວຽກງານສືບສວນ, ສະຖິຕິ, ຈັດປະເພດ ແລະ ສ້າງບັນຊີລາຍຊື່ຄົນອົບພະຍົບຢ່າງເສລີ ແລະ ການສົມລົດຢ່າງຜິດກົດໝາຍໃນເຂດຊາຍແດນ ຫວຽດນາມ - ລາວ. ເຖິງຢ່າງໃດກໍ່ຕາມ, ປັດຈຸບັນ ມີພຽງ 13/19 ຄູ່ແຂວງໄດ້ສຳເລັດເນື້ອໃນດັ່ງກ່າວ, ບັນລຸໄດ້ 68% ແຜນການທີ່ວາງອອກ. ສະນັ້ນ 2 ຝ່າຍຕ້ອງຕັ້ງໜ້າກ່ວາອີກ ຈຶ່ງສຳເລັດຂໍ້ຕົກລົງນີ້ໃນເດືອນ ທັນວາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ