ໄຂກອງປະຊຸມບັນດາເຈົ້າໜ້າທີ່ ປ້ອງກັນປະເທດຂັ້ນສູງອາຊຽນ ເປີດກວ້າງ.

ໄຂກອງປະຊຸມບັນດາເຈົ້າໜ້າທີ່ ປ້ອງກັນປະເທດຂັ້ນສູງອາຊຽນ ເປີດກວ້າງ. - ảnh 1

(vovworld) - ວັນ​ທີ 23/2, ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂັ້ນ​ສູງ​ອາ​ຊຽນ ​ເປີດ​ກວ້າງ ​ແລະ ບັນດາ​ຄູ່​ເຈລະຈາ ​ໄດ້​ໄຂ​ຂຶ້ນ​ຢູ່ ກຳປູ​ເຈຍ. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ຫົວໜ້າ​ກົມ​ພົວພັນ​ຕ່າງປະ​ເທດ ​ແລະ​ນະ​ໂຍບາຍ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ, ພົນ​ຕີ Nem Sowath, ຢືນຢັນ​ວ່າ, ກອງ​ປະຊຸມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ ​ແລະ​ ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະຫງົບ. ທ່ານ​ຍັງ​ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ​ແລະ​ບັນດາ​ຄູ່​ເຈລະຈາ​ມີ​ບົດບາດ​ສຳຄັນ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ທົ່ວ​ພາກ​ພື້ນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກຳນົດ​ເວລາ​ຈັດ​ຕັ້ງ​ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​​ອາ​ຊຽນ​ເປີດ​ກວ້າງ (ADMM+) ​​ແມ່ນ 2 ປີ ​ເທື່ອ​ໜຶ່ງ, ​ແທນ​ໃຫ້ 3 ປີ ​ເທື່ອ​ໜຶ່ງຄື​ກ່ອນ​ນີ້. ພາກສ່ວນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂັ້ນ​ສູງຂອງ 10 ປະ​ເທດ​ອາ​ຊຽນ ​ພ້ອມ​ກັບ​ຄູ່​ເຈລະຈາ​ຄື: ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ຍີ່ປຸ່ນ​ອິນ​ເດຍ, ສ​ເກົາຫຼີ, ອົດ​ສະ​ຕາ​ລີ ​ແລະ​ນິວຊີ​ແລນ.

ຕອບກັບ

ຂ່າວ/ບົດ​ອື່ນ