ໄຂກອງປະຊຸມລັດຖະ ມົນຕີການຕ່າງປະເທດ ບັນດາປະເທດອາຣັບ


 ໄຂກອງປະຊຸມລັດຖະ ມົນຕີການຕ່າງປະເທດ ບັນດາປະເທດອາຣັບ - ảnh 1

(ພາບ: yahoo.com)

 (vovworld)- ວັນທີ 9/3, ທີ່ສຳນັກງານຂອງສະຫະພັນອາຣັບ ຢູ່ກາຍໂຣ, ປະເທດອີຢີບ, ໄດ້ຈັດການປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຣັບ ​ເພື່ອ​​ແນ​ໃສ່​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການ​ນີ້ ຊື່​ງດຳ​ເນີນ​ໄປ​ຢູ່ ຄູ​ເວດ ​ໃນ​ທ້າຍ​ເດືອນ​ມີນາ​ທີ່​ຈະ​ມາ​ເຖິງ​ນີ້. ​​ໃນໄລຍະ​ດຳ​ເນີນ​ກອງ​ປະຊຸມ​ທີ່​ແກ່ຍາວ​ເປັນ​ເວລາ 2 ວັນ, ລັດຖະມົນຕີການຕ່າງປະເທດບັນດາປະເທດອາຣັບ ຈະ​ປຶກສາ​ຫາລື​ບັນດາ​ບັນຫາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ສັງຄົມ ​ແລະ ການ​ເມືອງ​ລວມ, ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງ​ເຂດ​ປອດ​ອາວຸດ​ນິວ​ເຄຼຍ ກໍ່​ຄື​ສູນ​ອາຣັບ ກ່ຽວ​ກັບ​ກົດໝາຍ​ສາກົນ. ​ໃນ​ຂອບ​ເຂດ​ກອງ​ປະຊຸມ, ບັນດາ​ທ່ານ​ລັດຖະມົນຕີ​ກໍ່​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ ​ແລະ ປາ​ແລດ​ສະຕິ​ນ./.

 

ຂ່າວ/ບົດ​ອື່ນ