ໄຂກອງປະຊຸມໃຫຍ່ຊາວຫນຸ່ມ ທົ່ວປະເທດ

ໄຂກອງປະຊຸມໃຫຍ່ຊາວຫນຸ່ມ  ທົ່ວປະເທດ - ảnh 1
ບັນດາຜູ້ນຳພັກ, ລັດ ເຂົ້າຮ່ວມກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ
ພາບ: thanhnien.com.vn


(vovworld) - ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ຄວາມ​ມຸ່ງ​ຫວັງ​ຂອງ​ໄວ​ຫນຸ່ມ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ” ​ແລະ ຄຳ​ຂວັນ​ແຫ່ງ​ການ​ກະທຳ​ທີ່​ວ່າ:“ ​ໄວ​ຫນຸ່ມ​ຫວຽດນາມ ສ້າງ​ຄວາມ​​ໄຝ່ຝັນ, ຝືກຝົນ​ຫລໍ່​ຫລອມ, ສາມັກຄີ, ມີ​ຫົວຄິດ​ປະດິດ​ສ້າງ, ປະຈັນບານ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/12 ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ມີ​ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ພ້ອມ​ກັບ​ຜູ້​ແທນ​ກວ່າ 1.200 ທ່ານ ຊຶ່ງ​ແມ່ນ​ການ​ນຳ, ອະດີດ​ການ​ນຳ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ຜູ້​ແທນ​ມາ​ຈາກ​ອົງການ​ຈັດ​ຕັ້ງ​ອື່ນ​ເຂົ້າ​ຮ່ວມ​.

        ​ໃນ​ສູນ​ທອນ​ພົດ​​ໄຂ​ກອງ​ປະຊຸມ​ໃຫຍ່,  ​ທ່ານ ​ຫງວຽນ​ດັກ​ວີ​ງ ​ເລຂາ​ທີ​ຫນຶ່ງ ສູນ​ກາງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ ​ໂຮ່ຈິ​ມິນ ຊຸດ​ທີ 9 ​ໄດ້​ເນ້ັນຫນັກ​ວ່າ: ກອງ​ປະຊຸມ​ໃຫຍ່​ແມ່ນ​ເຫ​ດການ​ການ​ເມືອງ​ສຳຄັນ​ຂອງ​ໄວ​ຫນຸ່ມ ຫວຽດນາມ, ​ເປັນ​ຂີດ​ໝາຍ​ແຫ່ງ​ບາດກ້າວ​ພັດທະນາ​ໃຫມ່​ຂອງ​ອົງການຈັດ​ຕັ້ງ​ຊາວ​ຫນຸ່ມ ​ແລະ ຂະ​ບວນການ​ຊາວ​ຫນຸ່ມ​ເຍົາວະ​ຊົນ. ທ່ານ ຫງວຽນ​ດັກ​ວີ​ງ ຊີ້​ແຈງ​ວ່າ:

        “ດ້ວຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໄລຍະ​ໃຫມ່​ແຫ່ງ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ, ​ເພື່ອ​ພາລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ, ດ້ວຍ​ຄວາມ​ມຸ້ງ​ຫວັງ​ຂອງ​ໄວ​ຫນຸ່ມ​ແມ່ນ​ສ້າງສາ​ປະ​ເທດ​ຊາດ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ​ໄດ້​ຮຽກຮ້ອງ​ໃຫ້ຊາວ​ຫນຸ່ມ​ເຍົາວະ​ຊົນ​ໝົດ​ທຸກ​ຄົນ ສືບ​ທອດ​ມູນ​ເຊື້ອ​ຂອງ​ລຸ້ນພໍ່​ລຸ້ນອ້າຍ, ກຳ​ແຫນ້ນ​ກາລະ​ໂອກາດ, ຊາຕະ​ກຳ​ໃຫມ່​, ຕັດສິນ​ໃຈ​ຜ່າ​ນຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ທຸກ​ຢ່າງ, ສູ້​ຊົນ​ພ້ອມ​ກັບທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ປະຕິບັດ​ພາລະກິດ​ສ້າງສາ, ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ​ໃຫ້​ສຳ​ເລັດ​ຜົນ, ​ເພື່ອ​ຈຸດໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ສີວິ​ໄລ, ກ້າວ​ຂຶ້ນ​ສັງຄົມ​ນິຍົມ.”

ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ມີ​ບົດ​ຂຽນ​ສຳຄັນ​ສົ່ງ​ເຖິງ​ລຸ້ນ​ໄວ​ຫນຸ່ມ ຫວຽດນາມ ດ້ວຍ​ຄວາມ​ປາດ​ຖະຫນາວ່າ ໄວ​ຫນຸ່ມ ຫວຽດນາມ ຈະພ້ອມ​ກັບປະ​ເທດ​ຊາດ​ກ້າວ​ຂຶ້ນຢ່າງ​ໝັ້ນຄົງ.

ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຮີ່ນດາມ ​ເນັ້ນ​ໜັກ​ວ່າ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ຍາມ​ໃດ​ກໍ່​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ. ສະມາຊິກ​ຊາວ​ໜຸ່ມ​ຫວຽດນາມ​ລຸ້ນຕ່າງໆ ​ໄດ້​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ຈົ່ງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່​ອຸດົມ​ຄະຕິ​ກອມ​ມູນິດ​ສັງຄົມ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ