ໄຂງານຕະຫລາດນັດສາກົນ ຫວຽດນາມ 2017

(VOVWORLD) - ວັນທີ 23 ພະຈິກ, ທີ່ ເກີນເທີ, ໄດ້ດຳເນີນພິທີໄຂງານຕະຫລາດນັດກະສິກຳສາກົນ ຫວຽດນາມ 2017 ດ້ວຍຫົວຂໍ້ວ່າ “ພັດທະນາກະສິກຳເຕັກໂນໂລຢີສູງ ມຸ່ງໄປເຖິງກະສິກຳແບບຍືນຍົງ”.
ໄຂງານຕະຫລາດນັດສາກົນ ຫວຽດນາມ 2017 - ảnh 1 ພິທີໄຂງານຕະຫລາດນັດກະສິກຳສາກົນ ຫວຽດນາມ 2017 (ພາບອິນເຕີແນັດ)

ງານຕະຫລາດນັດໂດຍກະຊວງອຸດສາຫະກຳ ແລະ ການຄ້າ, ຄະນະກຳມະການປະຊາຊົນນະຄອນ ເກີນເທີ ແລະ ສູນສົ່ງເສີມການລົງທຶນ - ການຄ້າ ແລະ ງານຕະຫລາດນັດວາງສະແດງ ເກີນເທີ ຈັດຕັັ້ງ.
ງານຕະຫລາດນັດແມ່ນການເຄື່ອນໄຫວທີ່ຕິດພັນລະຫວ່າງໝາກຜົນແຫ່ງການ ຄົ້ນຄວ້າວິທະຍາສາດກັບການຜະລິດດຳເນີນທຸລະກິດ, ການບໍລິໂພກ. ຜ່ານນັ້ນ ປະກອບສ່ວນຊຸກຍູ້ວິວັດການພັດທະນາກະສິກຳເຕັກໂນໂລຢີສູງ, ມຸ່ງໄປເຖິງພື້ນຖານກະສິກຳແບບຍືນຍົງ. ທ່ານ ຫງວຽນແຄ໋ງຕູງ ຜູ້ອຳນວຍການສູນສົ່ງເສີມການລົງທຶນ - ການຄ້າ ແລະ ງານຕະຫລາດນັດວາງສະແດງ ເກີນເທີ ໃຫ້ຮູ້ວ່າ:
“ງານຕະຫລາດນັດປີນີ້ ຊ່ວຍໃຫ້ຜູ້ຊື້ໄດ້ພົບກັບຜູ້ຂາຍ ແລະ ພ້ອມທັງເຊື່ອມຕໍ່ການແລກປ່ຽນການຄ້າ. ພວກຂ້າພະເຈົ້າເຫັນວ່າ: ບັນດາວິສາຫະກິດເຂົົ້າຮ່ວມເປັນຈຳນວນຫລວງຫລາຍ ແລະ ຜ່ານນັ້ນ ໄດ້ເຊັນບັນດາສັນຍາຮັບປະກັນການຈຳໜ່າຍ, ຖ່າຍທອດເຕັກໂນໂລຢີ, ສັນຍາຮ່ວມມືດຳເນີນທຸລະກິດ. ນັ້ນແມ່ນບັນດາສັນຍານທີ່ດີໃຫ້ທັງຜູ້ຊື້ ແລະ ຜູ້ຂາຍ”.
ງານຕະຫລາດນັດເປີດບໍລິການເຖິງວັນທີ 27 ພະຈິກ.    

ຕອບກັບ

ຂ່າວ/ບົດ​ອື່ນ