ໄຂງານຕະຫຼາດນັດອາຊຽນເພື່ອການກຸສົນປະຈຳປີ 2019

(VOVWORLD) -ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນປະຈຳປີຂອງສະໂມສອນແມ່ຍິງອາຊຽນ ພາຍໃຕ້ການສະໜັບສະໜູນ, ໜູນຊ່ວຍຂອງຄະນະເລຂາອາຊຽນ.

ໄຂງານຕະຫຼາດນັດອາຊຽນເພື່ອການກຸສົນປະຈຳປີ 2019 - ảnh 1ຮ້ານວາງສະແດງຂອງຫວຽດນາມ

(ພາບ: TTXVN)

ວັນທີ 07 ພະຈິກ, ທີ່ສຳນັກງານຄະນະເລຂາອາຊຽນ ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ, ສະໂມສອນແມ່ຍິງອາຊຽນ ໄດ້ໄຂງານຕະຫຼາດນັດອາຊຽນ ເພື່ອການກຸສົນປະຈຳປີ 2019 ຂຶ້ນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນປະຈຳປີຂອງສະໂມສອນແມ່ຍິງອາຊຽນ ພາຍໃຕ້ການສະໜັບສະໜູນ, ໜູນຊ່ວຍຂອງຄະນະເລຂາອາຊຽນ.

        ເຂົ້າຮ່ວມງານຕະຫຼາດນັດປີນີ້, ມີຮ້ານວາງສະແດງກວ່າ 100 ຮ້ານ ທີ່ມາຈາກ 10 ປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມມືຂອງອາຊຽນ ຄື: ອາເມລິກາ, ສະຫະພາບເອີລົບ, ສ.ເກົາຫຼີ, ອິນເດຍ, ຈີນ… ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້, ສະຖານທູດຫວຽດນາມ ປະຈຳອິນໂດເນເຊຍ ແລະ ຄະນະຜູ້ຕາງໜ້າຫວຽດນາມ ຢູ່ອາຊຽນ ໄດ້ຈັດຮ້ານວາງສະແດງ 2 ຮ້ານ ໃນນັ້ນໄດ້ວາງສະແດງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຫວຽດນາມ ແລະ ບັນດາເຍື່ອງອາຫານການກິນທີ່ເປັນເອກະລັກສະເພາະຂອງຫວຽດນາມ, ອັນໄດ້ດຶງດູດຄວາມສົນໃຈເປັນພິເສດຈາກບັນດາແຂກສາກົນ.

        ງານຕະຫຼາດນັດອາຊຽນເພື່ອການກຸຊົນ 2019 ໄດ້ດຳເນີນໃນລະຫວ່າງວັນທີ 07 – 08 ພະຈິກ. ກໍ່ຄ້າຍຄືກັນກັບທຸກໆປີ, ຈຳນວນເງິນທີ່ໄດ້ຮັບຈາກງານຕະຫຼາດນັດຈະໄດ້ນຳໃຊ້ເຂົ້າໃນວຽກງານການກຸສົນຢູ່ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ