ຊາວຫນຸ່ມນະຄອນໂຮ່ຈິມິນຖ່າຍຮູບກັບດອກຊາກຸຣະ
ພາບ:baotintuc
|
(vovworld)-ຕອນຄ່ຳວັນທີ 22/4 ງານບຸນ ດອກຊາກຸຣະຂອງຍີ່ປຸ່ນເປັນຄັ້ງອິດໄດ້ໄຂຂຶ້ນ ຢູ່ ສວນສາທາລະນະ 23/9 ນະຄອນ ໂຮ່ຈິມີນ ໂດຍແນະນຳ 130 ຕົ້ນຊາກຸຣະ ແລະ 10.000 ງ່າດອກໄມ້. ກ່າວຄຳເຫັນນະພິທີໄຂ, ທ່ານນາງ ຫງວຽນທິທູ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນ ໃຫ້ຮູ້ວ່າ: ງານບຸນດອກຊາກຸຣະ ແມ່ນການເຄື່ອນໄຫວແທດຈິງ ເພື່ອສືບຕໍ່ຊຸກຍູ້ການພົວພັນທາງການທູດ, ການຮ່ວມມື ກ່ຽວກັບດ້ານວັດທະນະທຳ, ເພີ່ມທະວີບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ການທ່ອງທ່ຽວລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ເວົ້າລວມ, ນະຄອນໂຮ່ຈິມີນ ແລະ ຍີ່ປຸ່ນ ເວົ້າສະເພາະ. ທ່ານ IiJima Isao, ທີ່ປຶກສາພິເສດຂອງນາຍົກລັດຖະມົນຕີ ຍີ່ປຸ່ນ ປາດຖະຫນາວ່າ ຜ່ານງານບຸນນີ້ ປະຊາຊົນນະຄອນ ໂຮ່ຈິມີນ ແລະ ນັກທ່ອງທ່ຽວ ມີໂອກາດໄດ້ເຫັນປະຈັກຕາດອກຊາກຸຣະຂອງຍີ່ປຸ່ນ. ໃນຂອບເຂດງານບຸນຍັງມີການເຄື່ອນໄຫວຫລາຍຢ່າງເພື່ອແນະນຳປະເທດຊາດ ແລະ ຊາວຍີ່ປ່ນ, ວັດທະນະທຳພື້ນເມືອງຂອງຍີ່ປຸ່ນ.