ງານບຸນດອກໄມ້ລະດູບານໃຫມ່ ນະຄອນ ໂຮ່ຈິມິນ
ພາບ:internet
|
(vovworld) - ງານບຸນດອກໄມ້ລະດູບານໃຫມ່ ນະຄອນ ໂຮ່ຈິມິນ ປີໃຫມ່ມະເສງ ໄດ້ຖືກໄຂຂຶ້ນໃນຕອນຄຳ່ວັນທີ 5/2 ຢູ່ ສວນສາທາລະນະວັດທະນະທຳ ຕາວດ່ານ ເມືອງ 1. ງານບຸນດອກໄມ້ໄດ້ແບ່ງເປັນ 3 ເຂດ, ໃນນັ້ນວາງສະແດງດອກໄມ້, ປາ.., ຫີນສິລະປະ ເກືອບ 8000 ຢ່າງ ຂອງນັກສິລະປະກອນ 600 ຄົນຢູ່ພາຍໃນ ແລະ ຕ່າງປະເທດ. ຈຸດເດັ່ນຂອງງານບຸນດອກໄມ້ລະດູບານໃຫມ່ປີນີ້ ແມ່ນຮູບພາບຂອງມັງກອນ 2ໂຕ ມີຄວາມຍາວ 80 ແມັດ ເຮັດດ້ວຍດອກສາມປີບໍ່ຫ່ຽວ ຕາມຮູບແບບທົ່ງນາຂັ້ນໄດ. ນອກນັ້ນ ຍັງວາງສະແດງຮູບແບບຫລາຍຢ່າງທີ່ດຶງດູດຄວາມສົນໃຈຂອງຜູ້ຊົມເປັນຈຳນວນຫລວງຫລາຍ ນັ້ນແມ່ນຮູບປັ້ນແມ່ຍິງ ຫວຽດນາມ ຕັ້ງຢູ່ໃນສວນດອກໄມ້ນາໆຊະນິດທີ່ມີສີສັນຫລາກຫລາຍ. ງານບຸນດອກໄມ້ດັ່ງກ່າວຈະອັດລົງໃນວັນທີ 16/2 ຄືວັນທີ 7 ເດືອນຈຽງ.