ໄຂສັບປະດາລາຊະອານາຈັກອັງກິດຢູ່ ນະຄອນໂຮ່ຈິມີນ
ກອງສິລະປະກອນອັງກິດ Candoco
ພາບ:internet
|
(vovworld)- ກ່າວຄຳເຫັນທີ່ພິທີຊົມເຊີຍເຫດການ “ ສັບປະດາລາຊະອານາຈັກອັງກິດຢູ່ ນະຄອນໂຮ່ຈິມີນ ” ໃນຕອນຄຳ່ວັນທີ 2/10, ທ່ານ Douglas Barnes ຫົວຫນ້າກົງສູນໃຫຍ່ລາຊະອານາຈັກ ອັງກິດຢູ່ນະຄອນ ໂຮ່ຈິມີນ ເນັ້ນຫນັກເຖິງສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ພວມພັດທະນາໃນທຸກດ້ານ. ຕາມທ່ານ Douglas Barnes, ຄະນະນັກທຸລະກິດ ຂອງອັງກິດ ຕາງຫນ້າໃຫ້ 3 ຂົງເຂດຕົ້ນຕໍຄື: ຂະແຫນງອຸດສາຫະກຳປະດິດສ້າງ, ການສຶກສາ ແລະ ຂາຍຍ່ອຍ ໄດ້ມາຫວຽດນາມ ເພື່ອຊອກຮູ້ບັນດາກາລະໂອກາດດຳເນີນທຸລະກິດຢູ່ຫວຽດນາມ ແລະ ຊຸກຍູ້ການຮ່ວມມືກັບບັນດາວິສາຫະກິດທ້ອງຖິ່ນ ເນື່ອງໃນໂອກາດສັບປະດາອັງກິດຢູ່ນະຄອນ ໂຮ່ຈີມີນ. ຕີລາຄາສູງເລື່ອງກົງສູນໃຫຍ່ອັງກິດຈັດຕັ້ງສັບປະດາອັງກິດຢູ່ ນະຄອນ ໂຮ່ຈີມີນ, ທ່ານ ເລແມ້ງຮ່າ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມີນ ຖືວ່າ: ນີ້ແມ່ນກາລະໂອກາດເຊື່ອມຕໍ່ການຮ່ວມມືລະຫວ່າງວິສາຫະກິດສອງປະເທດ ກໍຄືຊຸກຍູ້ການຮ່ວມມືລະຫວ່າງນະຄອນ ໂຮ່ຈີມີນກັບ ອັງກິດ ນັບມື້ນັບພັດທະນາໃນໄລຍະຈະມາເຖິງ.