ໄຂເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2014

ໄຂເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2014 - ảnh 1
ເວທີ​ປາ​ໄສ​ເສດຖະກິດ​ລະດູ​ໃຍ​ໄມ້ຫຼົ່ນ 2014
(ພາບ: sggp.org.vn)


(vovworld) – ເວທີ​ປາ​ໄສ​ເສດຖະກິດ​ລະດູ​ໃບ​ໄມ້​ຫຼົ່ນ 2014 ດ້ວຍ​ຫົວ​ຂໍ້ “ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ: ຄວາມ​ຫວັງ​ຫັນປ່ຽນ​ຢ່າງ​ແຮງໂດຍ​ພື້ນຖານ” ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 27/09 ຢູ່​ແຂວງ​ນິງບິ່ງ. ​ເວທີ​ປາ​ໄສ​ໂດຍ​ກຳມາ​ທິການ​ເສດ​ຖະກິດ​ສະພາ​ແຫ​ງ່ຊາດ ​ແລະ ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ, ສະ​ຖາ​ບັນ​ດິດວິ​ທະ​ສາຍາ​ດສັງຄົມ​ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ, ​ເພື່​ອ​ແນ​ໃສ່​ຊອກ​ຫາ​ບັນດາ​ມາດ​ຕະການ​ແທ​ດຈິ​ງ​ເພື່ອ​ສ້າງ​ໂຄງ​ປະກອບ​ພື້ນຖາ​ນ​ເສດຖະກິດ​ຂອງ​ປະ​ເທດ​ຊາ​ດຄືນ​ໃໝ່. ກ່າວ​ຄຳ​ເຫັນ​ທີ່​​ເວທີ​ປາ​ໄສ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງຊາດ ຫງວຽນ​ທິກິມ​ເງິນ​ ​ໃຫ້​ຮູ້​ວ່າ: ​ໃນ 9 ​ເດືອນ​ຕົ້ນ​ປີ 2014, ທົ່ວ​ປະ​ເທດ​ມີ 12/14 ມາດຖານ​ພັດທະນາ​ເສດຖະກິດ​ສັງຄົມ​ບັນລຸ ​ແລະ ​ລື່ນ​ກາຍ​ແຜນການ. ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ 9 ​ເດືອນ​ຜ່ານ​ມາ​​ໄດ້​ບັນລຸ​ລະດັບການ​ເຕີບ​ໂຕ​ໃນບັນດາ​ຂະ​ແໜງ, ບັນດາ​ຂົງ​ເຂດ​​ເກືອບ​ທັງ​ໝົດ​, ພື້ນຖານ​ເສດຖະກິດໜ້າ​ມີ​ການ​ຫັນປ່ຽນ​ຢ່າງ​ແຮງ​ກ່ວາ​ເມື່ອ​ທຽບ​ໃສ່​ປີກ​າຍ. ພ້ອມ​ກັນ​ນັ້ນ, ​ແຫຼ່ງ​ເງິ​ນລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ໃນ 9 ​ເດືອນ​ຂອງ​ປີ 2014 ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​​ດຸນ​ການ​ຄ້າ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ, ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບຄຸມ​ຢູ່​ໃນ​ລະດັບ​ຕຳ່.​..​ ທ່ານ​ນາງ​ຮອງ​ປະທານ​ສະພາ​​ແຫ່ງ​ຊາ​ດ ຫງວຽນ​ທິກິ​ມ​ເງິນ, ​ເນັ້ນ​ໜັກ​ວ່າ:

   “ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​, ຍ້ອນ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ໄລຍະ​ພັກ​ກອມ​ມູນິດ ຫວຽດນາມ ພວມ​ຊີ້​ນຳ​ສະ​ຫລຸບ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ສະຫລຸບ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຂອງ​ພັກຄັ້ງ​ທີ 11. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ໄດ້​ຮັບ​ຄຳ​ເຫັນ​ຫຼາຍ​ຢ່າງ​ຈາກ​ບັນດາ​ນັກ​ຊ່ຽວຊານ​ເສດຖະກິດ, ບັນດາ​ນັກ​ວາງ​ແຜນ​​ນະ​ໂຍບາຍ, ບັນດາ​ອົງການ​ຄຸ້ມ​ຄອງ​ລັດ, ພ້ອມ​ກັບ​ຄຳ​ເຫັນ​ຂອງ​ການ​ນຳ​ບັນດາ​ທ້ອງ​ຖີ່​ນກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ສັງ​ລວມ ​ແລະ ບັນດາ​ມາດຖານ​ຕົ້ນ​ຕໍ​ຂອງ​ແຜນການ​ເສດຖະກິດ​ສັງຄົມ​ປີ 2014 ​ແລະ ກຳນົດ​ທິດ​ໃຫ້​​ປີ​ຈະ​ມາ​ເຖິງ, ກໍ່​ຄືບັນດາ​ມາດ​ຕະການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ທີ່ໄດ້​ວາງ​ອອກ…”

ຂ່າວ/ບົດ​ອື່ນ