ໄຂ Festival ເຫ້ວປີ 2012

ໄຂ Festival ເຫ້ວປີ 2012 - ảnh 1
Festival ​ເຫ້ວ 2012 ມີ​ການ​ເຂົ້າ​ຮ່ວມ​ຂອງ 40 ຄະນະ​ສິລະ​ປະກອນມາ​ຈາກ 28 ປະ​ເທດ​ຢູ່ 5 ທະວີບ
(ພາບ: thanhnien.com.vn)

(vovworld) – ດ້ວຍ​ຫົວ​ຂໍ້​ວ່າ: “ມໍລະດົກ​ວັດທະນະທຳ​ກັບ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ - ​ແຫ່ງ​ພົບ​ປະ​ຂອງ​ບັນດາ​ນະຄອນ​ປະຫວັດສາດ” Festival ​ເຫ້ວ ປີ 2012 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 7/4. ​ໂດຍ​ດຳ​ເນີນ​ແຕ່​ວັນ​ທີ 7 – 15/4, Festival ​ເຫ້ວ 2012 ມີ​ການ​ເຂົ້າ​ຮ່ວມ​ຂອງ 40 ຄະນະ​ສິລະ​ປະກອນມາ​ຈາກ 28 ປະ​ເທດ​ຢູ່ 5 ທະວີບ ​ແລະ ຄະນະ​ສິລະ​ປະ​ກອນໃນ​ໃນ​ປະ​ເທດ ນັບ​ສິບ​ໆ​ຄະນະ​ເຊິ່ງລວມມີບັນດາ​ນັກ​ສີ​ລະ​ປິນ​ທີ່​ມີ​ຊື່​ສຽງ​ຫຼາຍ​ຄົນ.  ທ່ານ Nguyen Duy Hien, ຜູ້ອຳນວຍການສູນ Festival ​ເຫ້ວ  ຢືນຢັນ​ວ່າ: ບັນດາງານ​ບຸນ ​ຖືກ​ດຳ​ເນີນ​​ໃນ Festival ​​ເພື່ອ​ແນ​ໃສ່​ອະນຸລັກ​ຮັກສາ, ພັດທະນາ​ສີ​ສັນ​ວັດທະນະທຳ​ຂອງ​ຊາດ, ພ້ອມ​ທັງ​ແມ່ນ​ໂອກາດ​ໂຄສະນາ​ ​ເຫ້ວ, ນະຄອນ​ວັດທະນະທຳ, ນະຄອນ​ມໍລະດົກ, ນະຄອນ Festival ​ທີ່​ເປັນ​ເອກະ​ລັກສະ​ເພາະ​ຂອງ​ຫວຽດນາມ ອອກ​ສູ່​ເພື່ອນ​ມິດສາ​ກົນ. ທ່ານ​ເວົ້າ​ວ່າ:

“ພວກ​ຂ​້າພະ​ເຈົ້າ​ຢາກ​ຝາກ​ເຖິງ​ແຂກ​ທ່ອງ​ທ່ຽວ​ໃນ​ທົ່ວ​ໂລກ​ວ່າ​: ​ເຫ້ວ​ແມ່ນ​ນະຄອນ​ທີ່​ສວຍ​ງາມ​ດ້ວຍ​ພື້ນຖານ​ວັດທະນະທຳ​ປະຫວັດສາດ, ມີ​ທິວ​ທັດ​ທຳ​ມະ​ຊາດ​ຫຼາຍ​ແຫ່ງ ​ແລະ ຊາວ​ເຫ້ວມີ​ຄວາມ​ຮັກ​ເພງ​ແຂກ​. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ແຂກ​ທ່ອງ​ທ່ຽວ​ມາ​ເຫ້ວ ​ຈະໄດ້​ເຫັນ​ປະຈັກ​ຕາບັນດາ​ຄວາມ​ງາມ​ຂອງ​ເຫ້ວ ​ແລະ ນ້ຳ​ໃຈ​ຂອງ​ຊາວ​ເຫ້ວພວກ​ເຮົາ”

 

ຂ່າວ/ບົດ​ອື່ນ