ໄດ້ມີເຮືອນຢູ່ສັງຄົມ 40.000 ຫຼັງໃຫ້ຜູ້ມີ ລາຍຮັບຕໍ່າ

ໄດ້ມີເຮືອນຢູ່ສັງຄົມ 40.000 ຫຼັງໃຫ້ຜູ້ມີ ລາຍຮັບຕໍ່າ - ảnh 1
(ທ່ານ​ລັດຖ​ະມົນຕີ​ວ່າການ​ກະຊວງ​ກໍ່ສ້າງ ຈິ້ງ​ດິ່ງ​ຢຸງ)

​​(vovworld) - ​ໃນ​ລາຍການ​ “ປະຊາຊົນ​ຖາມ, ລັດຖະມົນຕີ​ຕອບ” ​ໃນ​ສັບປະດາ​ນີ້, ທ່ານ​ລັດຖ​ະມົນຕີ​ວ່າການ​ກະຊວງ​ກໍ່ສ້າງ ຈິ້ງ​ດິ່ງ​ຢຸງ ​ໃຫ້ຮູ້​ວ່າ, ​ໃນ​ຊຸມ​ປີຜ່ານມາ ​ໄດ້​ກໍ່ສ້າງ​ເຮືອນ​ຢູ່​ສັງຄົມ 40.000 ຫຼັງ, ຕອບ​ສະໜອງ​​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ຜູ້ມີ​ລາຍ​ຮັບ​ຕໍ່າ​ກວ່າ 200.000 ຄົນ. ​ເຖິງຢ່າງ​ໃດ​ກໍ​ຕາມ, ​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​​ເຮືອນ​ຢູ່​ສັງຄົມ​ຍັງ​ຊັກຊ້າຢູ່. ​ສາຍເຫ​ດ​ຕົ້ນ​ຕໍ່​ແມ່ນ​ນະ​ໂຍບາຍ​ໃໝ່​ຫາ​​ໄດ້​ຮັບ​ການ​ປັບ​ປຸງ ​ແລະ ນີ້​ແນ່ນຍຸດ​ທະ​ສາດ​ພັດທະນາ​ໄລຍະ​ຍາວ. ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພື່ອ​ຍູ້​ໄວ​ຄວາມ​ຄືບ​ໜ້າກໍ່ສ້າງ​ເຮືອນ​ຢູ່​ສັງຄົມ, ທ່ານ​ລັດຖະມົນຕີ ຈຶ້ງ​ດິ່ງ​ຢຸງ ​ໃຫ້​ຮູ້​ວ່າ.

      “ພວກ​ເຮົາ​ຕ້ອງຍູ້​ແຮງ​ການປັບປຸງ​ລະບົບ​ກົດໝາຍທີ່ກ່ຽວ​ຂອງ​ເຖິງ​ການ​ພັດທະນາ​ເຮືອນ​ຢູ່​,​ ໃນ​ນັ້ນ​ສ້າງ​ສະພາບ​ແວດ​ລ້ອມ​ເພື່ອ​ໜູນ​ຊ່ວຍ​ການ​ພັດທະນາ​ເຮືອນ​ຢູ່. ທີ 2 ​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ສູນ​ກາງ, ພິ​ເສດ​ແມ່ນ​ບົດບາດ​ຂອງ​ບັນດາ​ທ້ອງ​ຖິ່ນ​ໃນ​ການ​ສ້າງ​ລາຍການ​ເຮັດ​ວຽກ, ​ແຜນການ​ພັດທະນາ​ເຮືອນ​ຢູ່​ສັງຄົມ, ຖື​ນີ້​ແມ່ນ​ໜ້າ​ທີ່​ການ​ເມືອງ​ຂອງ​ແຜນການ 5 ປີ ​ແລະ ​ແຕ່ລະ​ປີ. ບັນດາ​ທ້ອງ​ຖິ່ນ​ຕ້ອງ​ກະກຽມ​ທີ່​ດິນ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ນຳ​ໃຊ້​ຄົນ​ງານ, ກໍ່​ຄື​ວິ​ສາ​ຫະກິດ​ດຳ​ເນີນທຸລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ​ໄດ້​ລົງທຶນກໍ່ສ້າງ​ເຮືອນ​ຢູ່​ສັງຄົມ​ຢ່າງ​ສະດວກ​ສະບາຍ​ທີ່​ສຸດ”.

ຂ່າວ/ບົດ​ອື່ນ