ໄທຊອກຫາພົນລະເມືອງຊີຣີ4ຄົນທີ່ພວມຢູ່ໄທເກີນກຳນົດເວລາ
(ພາບປະກອບ: AP)
(vovworld) - ໄທ ພວມຊອກຫາພົນລະເມືອງຊີຣີ 4 ຄົນທີ່ພວມຢູ່ໄທເກີນກຳນົດເວລາ ໃນສະພາບທີ່ປະເທດນີ້ພວມຖືກຈັດວາງໃນສະພາວະເຕືອນໄພສູງ ພາຍຫຼັງລັດເຊຍ ກ່າວເຕືອນກ່ຽວກັບໄພຈະເກີດການບຸດໂຈມຕີຕ່າງໆ ໂດຍສະມາຊິກອົງການລັດອິດສະລາມ IS ອ້າງຊື່ເອງດຳເນີນ. ວົງການເຈົ້າໜ້າທີ່ໄທ ບໍ່ຢັ້ງຢືນກ່ຽວກັບເລື່ອງພົນລະເມືອງຊີຣີ 4 ຄົນດັ່ງກ່າວຈະແມ່ນໄພນາບຂູ່ເຖິງຄວາມສະຫງົບປອດໄພຫຼືບໍ່, ຫາກພຽງແຕ່ໃຫ້ຮູ້ວ່າ ບໍ່ສາມາດຕິດຕໍ່ກັບເຂົາເຈົ້າໄດ້, ພ້ອມທັງປະກາດພາບຖ່າຍ ແລະ ຊື່ຂອງເຂົາເຈົ້າ.
ໃນອາທິດກ່ອນ, ອົງການປ້ອງກັນຄວາມສະຫງົບສະຫະພັນລັດເຊຍ (FBS) ໄດ້ກ່າວເຕືອນໄທ ກ່ຽວກັບເລື່ອງມີເປົ້າໝາຍກ່ຽວຂ້ອງເຖິງ IS 10 ຄົນໄດ້ເຂົ້າເມືອງໄທ ເພື່ອບຸກໂຈມຕີພົນລະເມືອງ ແລະ ຜົນປະໂຫຍດຂອງລັດເຊຍ ກໍຄືຫຼາຍປະເທດເຂົ້າຮ່ວມພັນທະມິດຕ້ານ IS.