ໄວຫນຸ່ມໃນທົ່ວປະເທດເລີ່ມເຄື່ອນໄຫວເດືອນຊາວຫນຸ່ມປີ 2018

(VOVWORLD) -ວັນທີ 24 ກຸມພາ ຢູ່ ເມືອງ ຊອກເຊີນ ຄະນະຊາວຫນຸ່ມ ຮ່າໂນ້ຍ ໄດ້ຈັດຕັ້ງພິທີປຸກລະດົມບຸນປີໃຫມ່ປູກຕົ້ນໄມ້ ແລະ ເລີ່ມເຄື່ອນໄຫວເດືອນຊາວຫນຸ່ມປີ 2018.
ໄວຫນຸ່ມໃນທົ່ວປະເທດເລີ່ມເຄື່ອນໄຫວເດືອນຊາວຫນຸ່ມປີ 2018 - ảnh 1 ພິທີປຸກລະດົມບຸນປີໃຫມ່ປູກຕົ້ນໄມ້ ແລະ ເລີ່ມເຄື່ອນໄຫວເດືອນຊາວຫນຸ່ມປີ 2018

ມີຊາວຫນຸ່ມ, ປະຊາຊົນນະຄອນຫລວງຮ່າໂນ້ຍ ເກືອບ 1000 ຄົນໄດ້ເຂົ້າຮ່ວມລາຍການດັ່ງກ່າວ. ດ້ວຍຫົວຂໍ້ “ໄວຫນຸ່ມນະຄອນຫລວງ ຕໍ່ກັບສັງຄົມ ແລະ Starup”, ໃນເດືອນຊາວຫນຸ່ມປີ 2018, ຄະນະຊາວຫນຸ່ມ ຮ່າໂນ້ຍ ໄດ້ສຸມໃສ່ຜັນຂະຫຍາຍບັນດາເນື້ອໃນລະອຽດຄື: ຈັດຕັ້ງບັນດາການເຄື່ອນໄຫວຫນູນຊ່ວຍ ຊາວຫນຸ່ມ Starup; ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນວຽກງານໂຄສະນາ; ຈັດຕັ້ງພິທີສະເຫລີມສະຫລອງ 87 ປີແຫ່ງວັນສ້າງຕັ້ງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ (26/3/1931-26/3/2018).


ຕອບກັບ

ຂ່າວ/ບົດ​ອື່ນ