ໜັງສືພິມ​ກຳປູ​ເຈຍຍ້ອງຍໍ​ ສັນລະ​ເສີນ​ທະຫານ ​ອາສາ​ສະໝັກ ​ຫວຽ​ດນາມ


ໜັງສືພິມ​ກຳປູ​ເຈຍຍ້ອງຍໍ​ ສັນລະ​ເສີນ​ທະຫານ ​ອາສາ​ສະໝັກ ​ຫວຽ​ດນາມ - ảnh 1

ປຊຊ ກຳປູ​ເຈຍ ສົ່ງທະຫານ​ອາສາ​ສະໝັກ​ຫວຽ​ດນາມກັບ​ເມືອ​ປະ​ເທດ

(ພາບ: phuthotv.vn/)

 (vovworld)- ຢູ່​ພະນົມ​ເປັນ, ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ຕີ​ເອົາ​ຊະນະ​ລະບອບ​ດັບ​ສູນ​ເຊື້ອ​ຊາດ​ຢູ່​ກຳປູ​ເຈຍ (7/1/1979-7/1/2014), ໜັງສື​ພິມ  Pracheachon ​ແປ່​ວ່າ ປະຊາຊົນ-ສຽງ​ຂອງ​ພັກ ປຊຊ ກຳປູ​ເຈຍ (CPP) ສະບັບ​ພິ​ເສດ​ອອກ​ວັນ​ທີ 6/1 ​ໄດ້​ລົງ​ພິມ​ບົດ​ນຳ​ດ້ວຍ​ຫົວ​ຂໍ້ວ່າ: “ວັນ​ທີ 7/1/1979- ສັດຈະທຳ​ປະຫວັດສາດ​ທີ່​ຄວນ​ຈົດ​ຈຳ​ໄວ້“. ບົດ​ໜັງສືພິມ​ຢືນຢັນ​ວ່າ: ວັນ​ທີ 7/1 ຂອງ 35 ປີ​ກ່ອນ, ​ໂດຍໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ທະຫານ​ອາສາ​ສະໝັກ​ຫວຽ​ດນາມ, ກອງທັບ​ແນວ​ໂຮມ​ສາມັກຄີ​ກູ້​ຊາດ​ກຳປູ​ເຈຍ ​ໄດ້​ໂຄ່ນ​ລົ້ມລະບອບ​ດັບ​ສູນ​ເຊື້ອ​ຊາດ ປົນ​ປົດ, ກູ້​ເອົາ​ກຳປູ​ເຈຍ ຫລຸດ​ພົ້ນອອກ​ຈາກ​ໄພ​ດັບ​ສູນ​ເຊື້ອ​ຊາດ. ບົດ​ໜັງສື​ພິມ​ເນັ້ນໜັກ​ວ່າ ກຳປູ​ເຈຍ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ບັນດາ​ຜົນງານ​ຂອງ​ຕົນ, ​ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີ Samdec Hun Sen, ລັດຖະບານ​ກຳປູ​ເຈຍ ຍາດ​ໄດ້​​ໄຊຊະນະ​ອັນ​ໃຫ່ຍຫຼວງ. ບົດ​ໜັງສືພິມ​ຢືນຢັນ​ວ່າ: ​ໄຊຊະນະ​ຂອງ CPP ​ໃນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຊຸດ​ທີ 5 ​ເມື່ອ​ວັນ​ທີ 28/7/2013 ​ໄດ້​ອະນຸຍາດ​ໃຫ້​ພັກ​ການ​ເມືອງ​ນີ້​ສືບ​ຕໍ່​ນຳພາ​ປະ​ເທດ​ຊາດ​ໃນ 5 ປີ​ຕໍ່​ໄປ; ພ້ອມ​ກັນນັ້ນກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ: ປຊຊ ​ເປັນ​ຈຳນວນ​ສ່ວນ​ຫຼາຍ​ຍັງ​ຄົງ​ມີ​ຄວາມເຊື່ອໝັ້ນຕໍ່​ການ​ນຳພາ​ຂອງ CPP ​ໃນ​ຕະຫຼອດ 35 ປີຜ່ານ​ມາ, ນັບ​ແຕ່​ວັນ​ທີ 7/1/1979 ມາ​ຮອດ​ປະຈຸ​ບັນ.

  ບົດຫນັງສື​ພິມ​ສະຫລຸບ​ວ່າ:  ປຊຊ ກຳປູ​ເຈຍ ທຸກ​ຊັ້ນວັນນະ, ນັບ​ແຕ່​ລຸ້ນກ່ອນ​ມາ​ຮອດ​ປະຈຸ​ບັນ​ຈະ​ຈົດ​ຈຳ​ສັດຈະທຳ​​ປະຫວັດສາດ​ຂອງ​ວັນ​ທີ 7/1/1979 ຕະຫຼອດ​ໄປ./.

 

ຂ່າວ/ບົດ​ອື່ນ