ໜັງສືພິມຈີນໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງປະທານສະພາແຫ່ງຊາດຫວຽດນາມ

ໜັງສືພິມຈີນໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງປະທານສະພາແຫ່ງຊາດຫວຽດນາມ - ảnh 1
(ໜັງສືພິມຈີນໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມ
ຂອງປະທານສະພາແຫ່ງຊາດຫວຽດນາມ)


(vovworld) -​ ການ​ຢ້ຽມ​ຢາມ​ຈີນ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ຢ່າງ​ເປັນ​ທາງ​ການ ໃນ​ລະ​ຫວ່າງວັນ​ທີ 23 – 27/12/2015 ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຂອງ​ສື​່ມວນ​ຊົນ​ຈີນ. ບັນ​ດາ​ສຳ​ນັກ​ຂ່າວ​ສານ​ໃຫຍ່​ຂອງ​ຈີນ ຄື: ສິງ​ຫົວ, ໜັງ​ສື​ພິມ ລາຍ​ວັນ​ປະ​ຊາ​ຊົນ​​, ຊ່ອງ​ໂທ​ລະ​ພາບ​ສູນ​ກາງ (CCTV)… ໄດ້​ໃຫ້​ຂ່າວ​ກ່ຽ​ວ​ກັບ​ການ​ພົບ​ປະ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ. ສຳ​ນັກ​ຂ​່າວ​ສານ​ສິງ​ຫົວ ໄດ້​​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດຈີນ ສີ​ຈິ້ນ​ຜິງ ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​​ຜູ້​ແທນ​ປະ​ຊ​າ​ຊົນແຫ່ງ​ຊາດ​ຈີນ ແລະ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ. ໂທ​ລະ​ພາບ​ສູນ​ກາງ​ຈີນ ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ປະ​ທານ​ສະ​ພາ​ຜູ້​ແທນ​ປະ​ຊ​າ​ຊົນແຫ່ງ​ຊາດ​ຈີນ ຈາງ​ຕີ​ຈຽງ ໃນ​ການ​ເຈ​ລະ​ຈ​າ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິ​ງ​ຮຸ່ງ ຖື​ວ່າ, ຈີນ ແລະ ຫວຽດ​ນາມ ເພີ່​ມ​ທ​ະ​ວີ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ, ຊຸກ​ຍູ​້ການ​ຮ່ວມ​ມື​ີ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍດ​ລວມ​ຂອງ​ທັງ 2 ຝ່າຍ. ໜັງ​ສື​ພິມລາຍ​ວັນ​ປະ​ຊາ​ຊົນ​ຈີນ​ ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ປະ​ທານ ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ຈີນ ຢູ​ເຈິງ​ເສິງ ໃນ​ກາ​ນ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຖື​ວ່າ, ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ຫວຽດ​ນາມ, ປາດ​ຖະ​ໜາ​ຢ​າກ​ພ​້ອມ​ກັບ ຫວຽດ​ນາມ ​ແລກ​ປ່ຽນ​​ຄະ​ນະ​ຜ​ູ້​ແທນ​ຂັ້ນ​ສູງ, ແກ້​ໄຂ​ຢ່າງ​ສົມ​ເຫດ​ສົມ​ຜົນ ແລະ ຄຸ້ມ​ຄອງ​ຄວາມບໍ່​ລົງ​ລອຍ​ກັນ​ເປັນ​ຢ່າງ​ດີ, ຊຸກ​ຍູ້​ການ​ພົວ​ພັນ 2 ປະ​ເທດ​ໃຫ​້​ພັດ​ທະ​ນ​າ​ຢ່າງບໍ່​ຢຸດຢັ້ງ…

ຂ່າວ/ບົດ​ອື່ນ