ໜູນຊ່ວຍກະລາສີ ແລະ ກຳ່ປັ່ນຂົນສົ່ງສິນຄ້າຫວຽດນາມຖືກໂຈມຕີຢູ່ໃກ້ກັບເຂດທະເລສິງຄະໂປ

ໜູນຊ່ວຍກະລາສີ ແລະ ກຳ່ປັ່ນຂົນສົ່ງສິນຄ້າຫວຽດນາມຖືກໂຈມຕີຢູ່ໃກ້ກັບເຂດທະເລສິງຄະໂປ - ảnh 1
(ກຳ່​ປັ່ນ​ຂົນ​ສົ່ງ VP ASPHALT 2 ທີ່​ຖືກ​ໂຈນ​ສະ​ລັກ​ບຸກ​ໂຈມ​ຕີ​)

(vovworld) - ຕອນ​ບ່າຍ​ວັນ​ທີ 8/12, ຜູ້ຕາງໜ້າ​ບໍລິສັດ​ຂົນ​ສົ່ງ​ນຳ້ມັນ VIPCO, ​ເຈົ້າ​ຂອງ​ກຳ່​ປັ່ນ​ຂົນ​ສົ່ງ VP ASPHALT 2 ທີ່​ຖືກ​ໂຈນ​ສະ​ລັກ​ບຸກ​ໂຈມ​ຕີ​ຢູ່​ມໍ່ກັບ​ເຂດ​ທະ​ເລ​ສິງ​ຄະ​ໂປ​ໃນ​ວັນ​ທີ 7/12, ​ໄດ້​ໄປ​ສິງ​ຄະ​ໂປ​ ​ສົມທົບ​ກັບ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ປະ​ເທດ​ນີ້​​ເພື່ອເຮັດລະບຽບ​ການ​ທີ່​ຈຳ​ເປັນ, ​ແນ​ໃສ່​ນຳ​ເອົາ​ກຳ່​ປັ່ນຂົນ​ສົ່ງ​ສິນຄ້າກັບ​ເມືອ​ປະ​ເທດ. ທ່ານ​ຫວູບັ່ງ, ​ເລຂາ​ທີ​ໜຶ່ງ​ສະຖານທູດ​ຫວຽດນາມ​ ປະຈຳ​ສິງ​ຄະ​ໂປ, ​ໃຫ້​ຮູ້​ວ່າ, ຄຽງ​ຂ້າງ​ການ​ສົມທົບ​ເພື່ອ​ນຳ​ກຳ່​ປັ່ນຂົນ​ສົ່ງ​ສິນຄ້ານີ້​ກັບ​ເມືອ​ຫວຽດນາມ​ແລ້ວ, ຜູ້ຕາງໜ້າ​ບໍລິສັດ VIPCO ​ກໍ່​ຈະ​ໜູນ​ຊ່ວຍຄອບຄົວ​ກະລາສີ​ທີ່​ເສຍ​ຊີວິດ ​ເຈິ່ນດຶກ​ດາດ ບັນດາ​ລະບຽບ​ການ ​ແລະ ລາຍ​ຈ່າຍ​ທີ່​ຈຳ​ເປັນ ​ເພື່ອ​ນຳ​ສົບ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ກັບ​ເມືອ​ປະ​ເທດ​ໂດຍ​ໄວ. ສະຖານທູດ​ຫວຽດນາມ​ ປະຈຳ​ສິງ​ຄະ​ໂປ​​ ໄດ້​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ລະບຽບ​ການ​ຈຳ​ເປັນທີ່​ກ່ຽວຂ້ອງ​ເຖິງ​ກຳ່​ປັ່ນ ​ VP ASPHALT 2 ແລະ ຜູ້​ປະສົບ​ເຄາະ​ຮ້າຍ ​ເຈິ່ນດຶກ​ດາດ.

ຂ່າວ/ບົດ​ອື່ນ