18 ປະເທດ, ເຂດແຄ້ວນເຂົ້າຮ່ວມເວທີປາໄສປະຕິຮູບການລົ້ມລະລາຍຢູ່ອາຊີ

18 ປະເທດ, ເຂດແຄ້ວນເຂົ້າຮ່ວມເວທີປາໄສປະຕິຮູບການລົ້ມລະລາຍຢູ່ອາຊີ - ảnh 1
ເວ​ທີ​ປາ​ໄສ​ປະ​ຕິ​ຮູບ​ການລົ້ມ​ລະ​ລ​າຍ​ຢູ່​ອາ​ຊີ ຄັ້ງ​ທີ 10
(ພາບ: daidoanket.vn)

(vovworld) - ​​​ ​​​ຕອນ​ເຊົ້າ​ວັ​ນ​ທີ 21/11, ຢູ່​ຮ່າ​ໂນ້ຍ, ສານ​ປະ​ຊາ​ຊົນ​ສູງ​ສຸດ ໄດ້​ສົ​ມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມນັ​ກ​ຄຸ້ມ​ຄອ​ງ​ຊັບ​ສົມ​ບັດ​ສາ​ກົນ, ກຸ່ມ​ທະ​ນາ​ຄານ​ໂລກ​ ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ປະ​ຕິ​ຮູບ​ການລົ້ມ​ລະ​ລ​າຍ​ຢູ່​ອາ​ຊີ ຄັ້ງ​ທີ 10 (FAIR 10) ດ້ວຍ​ຫົວ​ຂໍ້ “ຟື້ນ​ຟູ​ຄວ​າມ​ສະ​ຖຽນ​ລະ​ພາບ”. FAIR 10 ໄດ້​ດຶງ​ດູດ​ຜ​ູ້​ແທນປະ​ມານ 100 ຄົນ​ທີ່​ມາ​ຈາກ 18 ປະ​ເທດ ແລະ ເຂດ​ແຄ້ວ​ນ​ເຂົ້າ​ຮ່ວມ.

        ທີ່​ເວ​ທີ​ປ​າ​ໄສ, ບັນ​ດາ​ຜູ້​ແທນ​ໄດ້​ແລກ​ປ່ຽນ​ບັນ​ດາ​ຫົວ​ຂໍ້​ຄື: ອັບ​ເດັດ​ຂໍ້​ມູນ​ຂ່າວ​ຂອງ​ບັນ​ດາ​ປະ​ເທດ - ບົດ​ບາດ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົ້​ມ​ລະ​ລາຍ​ໃນ​ພາກ​ພື້ນ; ນັ​ກ​ຄຸ້ມ​ຄອ​ງ​ຊັບ​ສົມ​ບັດ - ສ້າງ​ກົນ​ໄກ​ເພື່ອ​ປະ​ຕິ​ບັດ​ກົດ​ໝາຍ; ການ​ພັດ​ທະ​ນາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົ້ມ​ລະ​ລາຍ - ບັນ​ດາ​ບັນ​ຫາ​ໃໝ່. ພ້ອມ​ທັງ, ບັນ​ດາ​ຜູ້​ແທນ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ລະ​ບົບ​ລົ້ມ​ລະ​ລາຍ​ເຄື່ອງ​ໃຊ້​ສອຍ, ວ​ິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ຖ​ືກລົ້ມ​ລະ​ລາຍຢູ່​ອາ​ຊ​ີ…

ຂ່າວ/ບົດ​ອື່ນ