73 ວິສາຫະກິດໄດ້ຮັບລາງວັນຄຸນນະພາບລະດັບຊາດ ແລະ ລາງວັນຄຸນນະພາບລະດັບສາກົນອາຊີ - ປາຊີຟິກ ປີ 2017

(VOVWORLD) -ຕອນເຊົ້າວັນທີ 22 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີມອບລາງວັນຄຸນນະພາບລະດັບຊາດ ແລະ ລາງວັນຄຸນລະພາບລະດັບສາກົນອາຊີ - ປາຊີຟິກ ປີ 2017.

73 ວິສາຫະກິດໄດ້ຮັບລາງວັນຄຸນນະພາບລະດັບຊາດ ແລະ ລາງວັນຄຸນນະພາບລະດັບສາກົນອາຊີ - ປາຊີຟິກ ປີ 2017 - ảnh 1 ກອງປະຊຸມຂ່າວ ພິທີມອບລາງວັນຄຸນນະພາບລະດັບຊາດ

(ພາບ:ຈາກຄະນະຈັດຕັ້ງ)

ລາງວັນຄຸນນະພາບລະດັບຊາດ ແມ່ນລາງວັນໜຶ່ງດຽວກ່ຽວກັບຄຸນນະພາບ ເພື່ອແນໃສ່ເຊີດຊູບັນດາວິສາຫະກິດ ໂດຍທ່ານນາຍົກລັດຖະມົນຕີເປັນຜູ້ຕັດສິນມອບໃຫ້ ແລະ ນອນໃນລະບົບລາງວັນຄຸນນະພາບລະດັບສາກົນອາຊີ - ປາຊີຟິກ. ທີ່ພິທີ, ຄະນະຈັດຕັ້ງ ໄດ້ມອບລາງວັນລະດັບຊາດໃຫ້ 73 ວິສາຫະກິດ, ໃນນັ້ນ 15 ວິສາຫະກິດໄດ້ຮັບລາງວັນຂັນຄຳຄຸນນະພາບລະດັບຊາດ ແລະ 58 ວິສາຫະກິດໄດ້ຮັບລາງວັນຂັນເງິນຄຸນນະພາບລະດັບຊາດ.  ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເຈີນວັນຕູງ ໄດ້ຢັ້ງຢືນວ່າ:

        “ລາງວັນດັ່ງກ່າວ ແນໃສ່ຕີລາຄາ ແລະເຊີດຊູບັນດາວິສາຫະກິດທີ່ມີບັນດາການຜະລິດ ແລະ ການບໍລິການທີ່ດີ, ນຳເອົາບັນດາຜະລິດຕະພັນມີຄຸນນະພາບອອກສູ່ຕະຫຼາດທັງຢູ່ພາຍໃນ ແລະຕ່າງປະເທດ. ລາງວັນຍັງແນໃສ່ສົ່ງເສີມ, ລະດົມກຳລັງໃຈໃຫ້ແກ່ບັນດາວິສາຫະກິດສູ້ຊົນຜະລິດອອກບັນດາຜະລິດຕະພັນດີທີ່ສຸດ ເພື່ອຮັບໃຊ້ຜູ້ອຸປະໂພກບໍລິໂພກ ແລະ ສັງຄົມ. ບັນດາລາງວັນເຫຼົ່ານັ້ນ ໄດ້ຊ່ວຍໃຫ້ວິສາຫະກິດຍົກສູງກຳລັງຄວາມສາມາດແກ່ງແຍ້ງຜະລິດຕະພັນຂອງຕົນຢູ່ຕະຫຼາດ”

        ປີ 2017 ແມ່ນປີທີ 18 ທີ່ຫວຽດນາມເຂົ້າຮ່ວມລາງວັນຄຸນນະພາບລະດັບສາກົນອາຊີ -ປາຊີຟິກ, ໄລ່ມາຮອດປັດຈຸບັນ ໄດ້ມີ 44 ເທື່ອວິສາຫະກິດຫວຽດນາມຍາດໄດ້ລາງວັນດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ