ADB ຕີລາຄາສູງການປະກອບສ່ວນຂອງຫວຽດນາມໃນກົນໄກການຮ່ວມມື GMS

(VOVWORLD) -ຂໍ້ລິເລີ່ມການຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ແມ່ນໜຶ່ງໃນບັນດາໂຄງການທີ່ປະສົບຜົນສຳເລັດດີທີ່ສຸດກ່ຽວກັບການຮ່ວມມື ແລະ ເຊື່ອມໂຍງເຂົ້າກັບພາກພື້ນຢູ່ ອາຊີ.

ADB ຕີລາຄາສູງການປະກອບສ່ວນຂອງຫວຽດນາມໃນກົນໄກການຮ່ວມມື GMS - ảnh 1ທ່ານ Alfredo Perdiguero, ຫົວໜ້າຫ້ອງການປະສານງານການເຄື່ອນໄຫວ ແລະ ຄູ່ຮ່ວມມືພາກພື້ນຕາເວັນອອກສ່ຽງໃຕ້ ຂອງທະນາຄານພັດທະນາອາຊີ

(ພາບປະກອບ: TTXVN)

ທ່ານ Alfredo Perdiguero, ຫົວໜ້າຫ້ອງການປະສານງານການເຄື່ອນໄຫວ ແລະ ຄູ່ຮ່ວມມືພາກພື້ນຕາເວັນອອກສ່ຽງໃຕ້ ຂອງທະນາຄານພັດທະນາອາຊີ (ADB), ໄດ້ໃຫ້ຂໍ້ສັງເກດດັ່ງກ່າວໃນການຕອບສຳພາດຕໍ່ວົງການນັກຂ່າວ ໃນວັນທີ 13 ມີນາ ເນື່ອງໃນໂອກາດທ່ານມາຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ຄັ້ງທີ 6 (GMS-6) ແລະ ກອງປະຊຸມສຸດຍອດການຮ່ວມມືເຂດສາມລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV-10), ເຊິ່ງຈະຈັດຂຶ້ນແຕ່ວັນທີ 29 – 31 ມີນາ 2018 ຢູ່ ຮ່າໂນ້ຍ.

  ຕາມທ່ານ Perdiguero ແລ້ວ, ຍາມໃດ ຫວຽດນາມ ກໍແມ່ນສະມາຊິກທີ່ມີຂໍ້ລິເລີ່ມຫຼາຍຢ່າງໃນບັນດາຂົງເຂດເຊິ່ງການຮ່ວມມືGMSໄດ້ຊຸກຍູ້. ທ່ານກໍໃຫ້ຮູ້ວ່າ ເລື່ອງຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມ GMS-6 ແລະ CLV –10 ໄດ້ສະແດງໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າຂອງລັດຖະບານ ຫວຽດນາມ ທີ່ມີຕໍ່ກັບ GMS. ຄຽງຄູ່ກັນນັ້ນ, ທ່ານ Perdiguero ກໍຕີລາຄາວ່າ ຫວຽດນາມ ໄດ້ນຳໜ້າໃນວຽກງານດຶງດູດການເຂົ້າຮ່ວມໃນຂໍ້ລິເລີມຂອງ GMS ບໍ່ພຽງແຕ່ແມ່ນລັດຖະບາເທົ່ານັ້ນ ຫາກຍັງແມ່ນທັງຂົງເຂດເອກະຊົນອີກດ້ວຍ, ຍ້ອນແນວນັ້ນ ເລື່ອງຫວຽດນາມຈັດຕັ້ງກອງປະຊຸມສຸດຍອດວິສາຫະກິດ GMS ຄັ້ງນີ້ ແມ່ນກາລະໂອກາດເພື່ອນຳມາເຊິ່ງແຫຼ່ງພະລັງງານ, ບັນດາແນວຄວາມຄິດ ແລະ ແຫຼ່ງການເງິນໃຫ້ແກ່ກົນໄກການຮ່ວມມື, ຮ່ວມສຳພັນໃນພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ