ADB ແລະ ຫວຽດນາມ ສຸມໃສ່ຊຸກຍູ້ ການເຕີບໂຕ ຢ່າງກົມກຽວ

ADB ແລະ ຫວຽດນາມ ສຸມໃສ່ຊຸກຍູ້ ການເຕີບໂຕ ຢ່າງກົມກຽວ - ảnh 1
( ພາບປະກອບ )

(vovworld) -     ຕາມ​ແຫຼ່ງຂ່າວ​ຈາກ​ທະນາຄານ​ພັດທະນາ​ອາຊີ (ADB) ປະຈຳ​ຫວຽດນາມ​ແລ້ວ, ADB ​ແລະ ຫວຽດນາມ ​ໄດ້​ເປັນ​ເອກະ​ພາບ​ຍຸດ​ທະ​ສາດ​ຄູ່​ຮ່ວມ​ມື​ແຫ່ງ​ຊາດ (CPS) ​ເພື່ອສຸມ​ໃສ່​ຊຸກຍູ້​ການ​ເຕີບ​ໂຕ​ຢ່າງກົມກຽວ, ຍົກ​ສູງ​ປະສິດທິ​ຜົນ​ທາງດ້ານເສດຖະກິດ ​ແລະ ສະພາບ​ແວດ​ລ້ອມ​ຢ່າງ​ໝັ້ນຄົງ. ຍຸດ​ທະ​ສາດ​ໃໝ່​ນີ້ ຈະ​ສຸມ​ໃສ່​ໜູນ​ຊ່ວຍ​ 6 ຄົງ​ເຂດ​ຈຸດ​ສຸມ​ຄື: ກະສິກຳ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ; ການສຶກສາ, ພະລັງງານ; ການ​ເງິນ, ບັນດາ​ພື້ນຖານ​ໂຄງ​ລ່າງ​ຕົວ​ເມືອງອື່ນໆ. ຍຸດ​ທະ​ສາດ​ໃໝ່​ນີ້ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ການ​ປະຕິ​ຮູບ​ລະບຽບ​ການ ​ແລະ ນະ​ໂຍບາຍ​ເຊິ່ງລວມມີການປະຕິ​ຮູບລັດ​ວິ​ສາ​ຫະກິດ​, ຊຸກຍູ້​ການ​ເຕີບ​ໂຕ​ຢ່າງ​ກົມກຽວ​ຜ່ານການ​ຫັນຈຸດໝາຍ​ເຖິງ​ບັນດາ​ຂົງເຂດ​ທີ່​ປະສົບ​ຄວາມຫຍຸ້ງຍາກ ​ແລະ ​ເພີ່ມ​ກຳລັງ​ຄວາມ​ສາມາດຂອງ​ລັດຖະບານ​ໃນ​ວຽກ​ງານ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ. ການໜູນ​ຊ່ວຍຂອງ ADB ​ໃຫ້​ແກ່​ພື້ນຖານ​ໂຄງ​ລ່າງ, ພັດທະນາ​ຊົນນະບົດ ​ແລະ ການສຶກສາ ຈະ​ຊ່ວຍ​​ປົວ​​ແປ່​ງບັນດາ​ກາລະ​ໂອກາດ​ດ້ານ​ເສດຖະກິດ ​ແລະ ສຳ​ພັດ​ກັບບັນດາ​ການ​ບໍລິການ​ຂອງ​ຄົນທຸກ​ຍາກ.

ຂ່າວ/ບົດ​ອື່ນ