ANZ ມີຄວາມປະເອີບໃຈກ່ຽວກັບແງ່ຫວັງໄລຍະຍາວຂອງພື້ນຖານເສດຖະກິດຫວຽດນາມ

(VOVWORLD) -ເລື່ອງລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິຮູບເສດຖະກິດໃນວົງກວ້າງແມ່ນສັນຍານສະແດງໃຫ້ເຫັນແງ່ຫວັງໄລຍະຍາວຂອງເສດຖະກິດຫວຽດນາມ ແລະ ແງ່ຫວັງເຂົ້າຮ່ວມກຸ່ມບັນດາປະເທດມີລາຍຮັບປານກາງສູງ.
ANZ ມີຄວາມປະເອີບໃຈກ່ຽວກັບແງ່ຫວັງໄລຍະຍາວຂອງພື້ນຖານເສດຖະກິດຫວຽດນາມ - ảnh 1 (ພາບປະກອບ: TTXVN)

ຕາມຂໍ້ສັງເກດຂອງທ່ານ Khoon Goh, ຫົວໜ້າຫ້ອງຄົ້ນຄວ້າອາຊີ ຢູ່ບໍລິສັດການບໍລິການການເງິນ ແລະ ທະນາຄານນາໆຊາດ ANZ (ອົດສະຕາລີ), ວັນທີ 12 ສິງຫາ, ໃນ 6 ເດືອນຕົ້ນປີ 2019, ຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ເຕີບໂຕຢ່າງເຂັ້ມແຂງ, ເຖິງວ່າເສດຖະກິດຖືກຜົນສະທ້ອນຈາກການຄ້າສາກົນຖືກຊຸດໂຊມ ແລະ ຂະແໜງກະສິກຳຖືກຜົນສະທ້ອນຈາກພະຍາດໝູອາຟະລິກາ. ຕົວເລກນີ້ຍັງຕ່ຳກວ່າລະດັບເຕີບໂຕ 7,1% ໃນປີ 2018, ແຕ່ຍັງຊ່ວຍໃຫ້ຫວຽດນາມ ປັບປຸງທີ່ຕັ້ງແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດຂອງອາຊີ. ຕາມການຄົ້ນຄວ້າຂອງ ANZ ແລ້ວ, ໄພເງິນເຟີ້ຂອງຫວຽດນາມ ຄາດຄະເນວ່າຍັງຄວບຄຸມໄດ້ຢູ່ ດ້ວຍລະດັບສະເລ່ຍ 2,8% ໃນປີ 2019, ຕ່ຳກວ່າຄາດໝາຍ 4% ຂອງທະນາຄານແຫ່ງລັດ.

ນັກຊ່ຽວຊານ ANZ ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ສືບຕໍ່ໄດ້ຮັບຜົນປະໂຫຍດຈາກບັນດານະໂຍບາຍປະຕິຮູບໃນເມື່ອກ່ອນນີ້, ກໍຄືຄຳໝັ້ນສັນຍາສືບຕໍ່ປະຕິຮູບ. ທ່ານ Khoon Goh ໃຫ້ຂໍ້ສັງເກດວ່າ, ຄຳໝັ້ນສັນຍາຂອງລັດຖະບານຫວຽດນາມ ສຳລັບບັນດາການປະຕິຮູບວົງກວ້າງແມ່ນສັນຍານດີສຳລັບແງ່ຫວັງໄລຍະຍາວຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ