Central Retail ສືບຕໍ່ລົງທຶນ 1,1 ຕື້ USD ຢູ່ ຫວຽດນາມ ໃນ 5 ປີຈະມາເຖິງ

(VOVWORLD) - ຂະແໜງບໍລິການກໍ່ໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ເຕີບໂຕຢ່າງແຮງໃນປີ 2021. 

  Central Retail Corporation Public Company Limited (CRC) ຈະສືບຕໍ່ເປີດກ້ວາງການດຳເນີນທຸລະກິດຢູ່ ຫວຽດນາມ ແລະ ປະກາດແຜນການ 5 ປີຢູ່ ຫວຽດນາມ ຢ່າງເປັນທາງການ ທີ່ມີຍອດມູນຄ່າລົງທຶນປະມານ 1,1 ຕື້ USD ດ້ວຍຈຸດປະສົງເປີດກ້ວາງການດຳເນີນທຸລະກິດຢູ່ 55 ແຂວງ, ນະຄອນໃນທົ່ວປະເທດ.

Central Retail ຖືວ່າ, ຂະແໜງບໍລິການຢູ່ ຫວຽດນາມ ເຕີບໂຕ 2,34%, ຢືນແຖວໜ້າແມ່ນຂະແຫນງຂາຍຍ່ອຍ ບັນລຸການເຕີບໂຕ 7 % ເມື່ອທຽບໃສ່ໄລຍະດຽວກັນຂອງໄຕມາດ 4 ປີ 2020, ປະກອບ 33,5% ເຂົ້າພື້ນຖານເສດຖະກິດ. ຂະແໜງບໍລິການກໍ່ໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ເຕີບໂຕຢ່າງແຮງໃນປີ 2021. ສິ່ງນີ້ເຮັດໃຫ້ ຫວຽດນາມ ກາຍເປັນໜຶ່ງໃນບັນດາຕະຫລາດພັດທະນາຢ່າງໄວ ແລະ ດຶງດູດທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ