EU ແລະ ລັດເຊຍເສຍຫາຍນັບສິບຕື້ເອີໂລຍ້ອນບັນດາມາດຕະການລົງໂທດ

EU ແລະ ລັດເຊຍເສຍຫາຍນັບສິບຕື້ເອີໂລຍ້ອນບັນດາມາດຕະການລົງໂທດ - ảnh 1
(ພາບ​ປະ​ກອບ)

(vovworld) –​  ລັດ​ເຊຍ ຖືກ​ເສຍ​ຫາຍ​ປະ​ມານ 25 ຕື້​ເອີ​ໂລ ໃນ​ປີ 2015 ຍ້ອນ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ສະ​ຫະ​ພາບ​ເອີ​ລົບ (EU), ໃນ​ຂະ​ນະ​ທີ່​ຄວາມ​ເສຍ​ຫາຍ​ເຊິ່ງ EU ​ຕ້ອງຮັບ​ຍ້ອນ​ບັນ​ດາ​ມາດ​ຕະ​ການ​ຄ້າຍ​ຄື​ກັນ​ຈາກ​ມົດ​ສະ​ກູ ໃນ​ຮອບ​ເວ​ລາ 2 ປີ (2014 - 2015) ແມ່ນ 90 ຕື້​ເອີ​ໂລ. ນີ້​ແມ່ນ​ການ​ຕີ​ລາ​ຄາ​ຂອງທ່າ​ນ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າການ​​ຜູ້​ທີ່​ໜຶ່ງ ​ກະ​ຊວງ​ພັດ​ທະ​ນາ​ເສດ​ຖະ​ກິດ​ລັດ​ເຊຍ Alexey Likhachev ​ເຊິ່ງ​ໄດ​້ຍົກ​ອອກ​ມາ​ໃນ​ວັນ​ທີ 13/01. ຕາມ​ທ່ານ Likhachev ແລ້ວ, EU ຖືກ​ເສຍ​ຫາຍ 40 ຕື້​ເອີ​ໂລ ໃນ​ປີ 2014 ແລະ ​ເສຍ​ຫາຍ​ຕື່ມ​ອີກ 50 ຕື້​ເອີ​ໂລ​ໃນ​ປີຕໍ່​ໄປເມື່ອ​ລັດ​ເຊຍ ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ໂຕ້​ຕອບ ຄຳ​ສັ່ງ​ລົງ​ໂທດ​ເຊິ່ງ​ EU ​ໄດ້ຈັດ​ວາງ​ສຳລັບ​ມົດ​ສ​ກູ ທີ່​ກ່ຽວ​ຂ​້ອງ​ເຖິງວິ​ກິດ​ການ​ຢູ່ຢ​ູ​ແກຼນ.

ຂ່າວ/ບົດ​ອື່ນ