IS ນຳເທບບັນທຶກພາບ Video ກ່ຽວກັບການຄາດ​ຕະ​ກຳ ຂຶ້ນເຄືອຂ່າຍອິນເຕີເນັດ

IS ນຳເທບບັນທຶກພາບ Video ກ່ຽວກັບການຄາດ​ຕະ​ກຳ ຂຶ້ນເຄືອຂ່າຍອິນເຕີເນັດ - ảnh 1

(vovworld)- ວັນ​ທີ 15/2, ກຸ່ມ​ກຳ​ລັງ ລັດ​ອິດ​ສະ​ລາມ IS ໂດຍ​ຂະ​ໜານ​ນາມ​ເອງ​ຢູ່​ລີ​ບີ​ໄດ້ນຳ​ເທບ​ບັນ​ທຶກ​ພາບ Video ຂຶ້​ນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ຊຶ່ງ​ໄດ້​ແຜ່​ພາບກ່ຽວ​ກັບ​ການ​ສັງ​ຫານ​ຊາວ​ຄິດ​ເຊື້ອ​ຊາດ​ອີ​ຢິບ​ 21 ​ຄົນ ໂດຍກຸ່ມ​ກຳ​ລັງ ລັດ​ອິດ​ສະ​ລາມ ISປະ​ກາດ​ໄດ້​ຈັບ​ຕົວ​ເມື​ອ່​ເດືອນ 1 ປີ 2015. ໃນ ເທບ​ບັນ​ທຶກ​ພາບ Video, ບັນ​ດາ​ຕົວ​ປະ​ກັນຖືກ​ໃສ່​ກະ​ແຈ​ມື, ນຸ່ງ​ຊຸດ​ສີ​ສົ້ມ ແລະ ຖືກ​ບັນ​ດາ​ບຸກ​ຄົນ​ນຸ​່ງ​ຊຸດ​ດຳ, ໃສ່​ໜ້າ​ກາກຕັດ​ຄໍ​ຢູ່​ສະ​ຖານ​ທີ່​ແຫ່ງ​ໜຶ່ງ​ແຄມ​ທະ​ເລ ຊຶ່ງ​ພວກນີ້​ເວົ້າ​ວ່າ ແມ່ນ​ຢູ່​ແຂວງ Tripoli ຂອງ​ລີ​ບີ. ຕໍ່​ໜ້າ​ເຫດ​ການ​ດັ່ງ​ກ່າວ, ປະ​ທາ​ນາ​ທິີ​ບໍ​ດີ​ອີ​ຢິບ Abdel Fattah al- Sisi ໄດ້​ປະ​ກາດ​ໄວ້​ທຸກ​ລະ​ດັບ​ຊາດ​ເປັນ​ເວ​ລາ 7 ວັນ, ພ້ອມ​ທັງ​ໃຫ້​ຮູ້​ວ່າ ອີ​ຢິບ​ຈະ​ໂຕ້​ຕອບ​ຢ່າງ​ເໝາະ​ສົ​ມ ແລະ ທັນ​ການ​ເພື່ອ​ລົງ​ໂທດ​ພວກ​ຄາດ​ຕ​ະ​ກຳ​ນີ້.

 

ຂ່າວ/ບົດ​ອື່ນ