( vovworld ) - ວັນທີ 2/7, ທ່ານນາຍົກລັດຖະມົນຕີ Israel Benjamin Netanyahu ປະກາດວ່າ ຈະສືບຕໍ່ບັນດາການເຄື່ອນໄຫວເປີດກ້ວາງເຂດຕັ້ງຖີ່ນຖານຄົງທີ່ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ທີ່ການປະຊຸມກັບຄະນະກຳມະການປ້ອງກັນຊາດ ແລະ ບັນດາບັນຫາການຕ່າງປະເທດຂອງ Israel, ທ່ານ Netanyahu ໃຫ້ຄຳໝັ້ນສັນຍາຈະສືບຕໍ່ພັດທະນາບັນດາເຂດມໍ່ກັບ Jeruxalem ກ້າວເຂົ້າສູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ຮ່ອມພູຈໍແດນ. ສ່ວນຝ່າຍ Palestin, 1 ໃນບັນດາເງື່ອນໄຂເພື່ອໃຫ້ປະເທດນີ້ກັບຄືນສູ່ການເຈລະຈາ ນັ້ນແມ່ນ, Israel ຕ້ອງຢຸດຕິບັນດາການເຄື່ອນໄຫວເປີດກ້ວາງເຂດຕັ້ງຖີ່ນຖານຄົງທີ່ ໃນເຂດດິນຢຶດຄອງຂອງ Palestin. ແຕ່ເຖິງຢ່າງໃດກໍ່ຕາມ Israel ຖືວ່າ ບັນດາການເຈລະຈາຄວນໄດ້ຮັບການເຊື່ອມຕໍ່ຄືນໃໝ່ ໂດຍບໍ່ມີເງື່ອນໄຂໃດໆ. ປະຊາຄົມໂລກ, ໃນນັ້ນມີອາເມລິກາ ກໍ່ໄດ້ຄັດຄ້ານເລື່ອງ Israel ເປີດກ້ວາງເຂດຕັ້ງຖີ່ນຖານຄົງທີ່ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ Jeruxalem ຕາເວັນອອກ.