KCNA: ສປປ.ເກົາຫຼີ ທົດລອງລະບົບຖານຍິງຂະໜາດໃຫຍ່ສຳເລັດ

(VOVWORLD) -ວັນທີ 01 ພະຈິກ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ, ປະເທດນີ້ໄດ້ທົດລອງລະບົບຖານຍິງລູກຈະຫຼວດຫຼາຍລູກຂະໜາດໃຫຍ່.

KCNA: ສປປ.ເກົາຫຼີ ທົດລອງລະບົບຖານຍິງຂະໜາດໃຫຍ່ສຳເລັດ - ảnh 1 ສປປ.ເກົາຫຼີ ທົດລອງລະບົບຖານຍິງຂະໜາດໃຫຍ່ສຳເລັດ

(ພາບ: KCNA)

ໃນແຈ້ງການ, KCNA ໃຫ້ຮູ້ວ່າ: “ວິທະຍາຄານວິທະຍາສາດການທະຫານຂອງສປປ.ເກົາຫຼີ ໄດ້ທົດລອງລະບົບຍິງລູກຈະຫຼວດຫຼາຍລູກຂະໜາດໃຫຍ່ສຳເລັດ ໃນຕອນບ່າຍວັນທີ 31 ຕຸລາ. ການນຳ Kim Jong un ໄດ້ສະແດງຄວາມເພິ່ງພໍໃຈ ແລະ ໄດ້ສົ່ງຄຳຍ້ອງຍໍຊົມເຊີຍເຖິງບັນດານັກວິທະຍາສາດໃນຂົງເຂດປ້ອງກັນຊາດ - ບັນດາຜູ້ທີ່ມານະພະຍາຍາມພັດທະນາກຳລັງແຮງດ້ານປ້ອງກັນຊາດ ແລະ ຊຸກຍູ້ກຳລັງຄວາມສາມາດຂອງກຳລັງປະກອບອາວຸດສປປ.ເກົາຫຼີ”.

        ກ່ອນໜ້ານັ້ນ, ສະພາເສນາທິການກຳລັງທະຫານປະສົມສ.ເກົາຫຼີ (JCS) ໃຫ້ຮູ້ວ່າ, ເຫດຍິງວັດຖຸບິນ 2 ຢ່າງຫຼ້າສຸດຂອງສປປ.ເກົາຫຼີ ໄດ້ດຳເນີນໃນເວລາປະມານ 16 ໂມງ 35 ນາທີ ແລະ  16 ໂມງ 38 ນາທີ ຂອງວັນທີ 31 ຕຸລາ. ນີ້ແມ່ນເຫດຍິງຄັ້ງທີ 12 ຂອງພຽງຢ່າງໃນປີນີ້. ແລະກໍ່ໃນວັນດຽວກັນ, ກະຊວງປ້ອງກັນປະເທດຍີ່ປຸ່ນ ກໍ່ຢັ້ງຢືນວ່າ ລູກສອນໄຟຂອງສປປ.ເກົາຫຼີ ບໍ່ໄດ້ຕົກລົງໃນເຂດ EEZ ຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ