OPEC ກ່າວເຕືອນເກີດໄພສົງຄາມດ້ານການຄ້າ ອາດຈະກໍ່ຜົນກະທົບຫຍໍ້ທໍ້ຕໍ່ລາຄານ້ຳມັນ

(VOVWORLD) -ອົງການບັນດາປະເທດສົ່ງອອກນ້ຳມັນບໍ່ (OPEC) ກ່າວເຕືອນວ່າ ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກອາດຈະກໍ່ຜົນກະທົບຫຍໍ້ທໍ້ຕໍ່ຕະຫລາດນ້ຳມັນບໍ່ ເມື່ອເຮັດໃຫ້ຄວາມຕ້ອງການນ້ຳມັນດິບຫລຸດລົງ.

ວັນທີ 11 ກໍລະກົດ, ໃນບົດລາຍງານປະຈຳເດືອນ, OPEC ຊີ້ແຈ້ງວ່າ ການເຄື່ອນໄຫວດ້ານການຄ້າທີ່ຟົດຟື້ນໃນໂລກຂອງປີ 2017 ແລະ 2018 ໄດ້ຊ່ວຍຊຸກຍູ້ການເຕີບໂຕເສດຖະກິດ ທັງຄວາມຕ້ອງການສຳລັບນ້ຳມັນດິບ. OPEC ຄາດຄະເນວ່າ ທ່າອ່ຽງດັ່ງກ່າວໄດ້ຫລຸດລົງ ເມື່ອຄວາມເຄັ່ງຕຶງດ້ານການຄ້າປີນຂັ້ນໄດໂດຍ ອາເມລິກາ ແລະ ຈີນ ໄດ້ປະກາດບັນດາມາດຕະການຕອບໂຕ້ເຊິ່ງກັນ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ