Timor – Leste ຍູ້ແຮງການດຶງດູດ ການລົງທຶນຈາກອາຊຽນ

Timor – Leste ຍູ້ແຮງການດຶງດູດ ການລົງທຶນຈາກອາຊຽນ - ảnh 1
(ພາບປະກອບ)
(vovworld) -     ຄະນະ​ເລຂາ​ອາ​ຊຽນ ​ໃຫ້​ຮູ້​ວ່າ, Timor – Leste ພວມ​ມານະ​ພະຍາຍາມ​ຍູ້​ແຮງ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ເຂົ້າ​​ເປັນ​ສະມາຊິກ​ອາ​ຊຽນ. ຖະ​ແຫຼ​ງການ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ການ​ພົບ​ປະ​ລະຫວ່າງ​​ທ່ານ Luis Guterres ​ລັດຖະມົນຕີ​ການ​ຕ່າງປະ​ເທດ Timor – Leste ​ແລະ ທ່ານ ​ເລ​ເລືອ​ງມິ​ງ, ​ເລ​ຂາ​ທິການ​ໃຫຍ່​ອາ​ຊຽນ ປະຈຳ ຢາ​ກາກ​ຕາ, ອີນ​ໂດ​ເນ​ເຊຍ, ​ໂດຍຊີ້​ແຈ້ງວ່າ ທ່ານ​ນາຍົກລັດຖະມົນຕີ Timor – Leste, Xanana Gusmao ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ມາ​ຢ້ຽມຢາມ​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ອາ​ຊຽນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ, ​ແນະນຳ​ຄວາມ​ສາມາດ​ບົມຊ້ອນ ​ແລະ ບັນດາ​​ກາລະໂອກາດ​ລົງທຶນ​ຢູ່ Timor – Leste, ກໍ​ຄື​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນ ​ເຂົ້າ​ມາລົງທຶນ, ​ເຂົ້າ​ຮ່ວມ​ວິວັດ​ການ​ສ້າງສາ​ ​ແລະ ພັດທະນາ​ຂອງ​ປະ​ເທດ​ນີ້. ທີ່ການ​ພົບ​ປະ, ​ທ່ານ​ລັດຖະມົນຕີ Guterres ກໍ​ຄື​ແຈ້ງ​ໃຫ້​ທ່ານ​ເລຂາທິການ​ໃຫຍ່​ ​ເລ​ເລືອ​ງມິ​ງ ຊາບ​ກ່ຽວ​ກັບ​​ຄວາມ​ມານະ​ພະຍາຍາມ​ຂອງ Timor – Leste ​ໃນ​ການ​ຕອບ​ສະໜອງ​ຄວາມ​ຕ້ອງການ​ເຂົ້າ​ຮ່ວມ​ອາ​ຊຽນ. Timor – Leste ​ໄດ້​ຍືນ​​ເອກະສານສານ​ເຂົ້າ​ເປັນ​ສະມາຊິກອາ​ຊຽນ​ ແຕ່​ປີ 2011 ​ແລະ ​ໄດ້​ເຊີນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ມາ​ຢ້ຽມຢາມ ປະ​ເທດ​ນີ້.
ຂ່າວ/ບົດ​ອື່ນ